ຕາມຂ່າວCRI: ວັນທີ 13 ກັນຍາ, ທ່ານອັບບັສ ປະທານອົງການອຳນາດແຫ່ງຊາດປາເລັສຕິນໄດ້ກ່າວຄຳປາໄສທາງໂທລະພາບກ່າວເນັ້ນວ່າ, ອິສຣາແອນຖອນອອກຈາກແຖບກາຊາບໍ່ໝາຍເຖິງອິສຣາແອນໄດ້ສິ້ນສຸດການຍຶດຄອງປາເລັສຕິນແລ້ວ, ທ່ານຍັງໄດ້ສະແດງວ່າຈະໃຊ້ມາດຕະການຟື້ນຟູຄວາມເປັນລະບຽບຮຽບຮ້ອຍຂອງແຖບກາຊາໃນທັນທີ.
ທ່ານອັບບັສຊີ້ອອກວ່າ, ຄວາມຕ້ອງການຂອງປະຊາຊົນປາເລັສຕິນແມ່ນສັນຕິພາບແທ້ຈິງແລະທ່ຽງທຳ, ບໍ່ຮັບຮອງແຜນການແກ້ໄຂແຕ່ຝ່າຍດຽວແລະຊົ່ວຄາວ.
ພ້ອມກັນນັ້ນທ່ານອັບບັສກ່າວວ່າ, ທ່ານຈະເຮັດໃຫ້ສະພາບການວຸ້ນວາຍຢູ່ແຖບກາຊາສິ້ນສຸດລົງຢ່າງບໍ່ລັ່ງເລໃຈຈັກເມັດ.
|