ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-14 16:24:46    
ທ່ານ​ຫູ​ຈິນ​ທາວ​​ໄດ້​ພົບ​ປະ​ທ່ານ​ນາງ​ອາ​ໂລ​ໂຢ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິ​ປິນ

cri

ຕາມ​ຂ່າ​ວສານ​ຊິນ​ຮວາ:ຕອນ​ບ່າຍ​ວັນ​ທີ13​ກັນ​ຍາ,ທ່ານ​ຫູ​ຈິນ​ທາວ​ປະທານ​ປະ​ເທດ​ຈີນ​ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມສຸດ​ຍອດ​ສະ​ຫະ​ປະຊາ​ຊາດ​ສ້າງ​ຕັ້ງ​60​ປີ​ທີ່​ນິວຢອກ​ໄດ້​ພົບ​ປະ​ທ່ານ​ນາງ​ອາ​ໂລ​ໂຢປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິ​ປີນ​ຢູ່​​ໂຮງ​ແຮມ​ທ່ານ​ພຳ​ນັກ​ຢູ່​.

ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຟິລິປິ​ນ,ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​​ຟິລິປິ​ນຂະ​ຫຍາຍ​ຕົວ​​​ໄປໜ້າ​ຢ່າງ​ບໍ່ຢຸດ​ຢັ້ງ.

ທ່ານ​ຫູ​ຈີນ​ທາວ​ຍັງ​ກ່າວ​ວ່າ,ຈີນ​ກັບ​ຟິລິປິ​ນມີ​ຄວາມ​ຮັບຮູ້​ຄື​ກັນຫຼາຍ​ຂໍ້​ໃນ​ບັນຫາ​ການ​ປະຕິ​ຮູບ​ຂອງ​ສະ​ຫະ​ປະ​ຊາ​ຊາດ.ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຟິລິ​ປິນ​ເພີ່ມ​ທະ​ວີ​ການ​ປະສານ​ສົມ​ທົບ​ກັນ,ຊຸກ​ຍູ້​ການ​ປະຕິ​ຮູບ​ຂອງ​ສະຫະ​ປະຊາ​ຊາດ​ກ້າວ​ໄປໜ້າ​ຕາມ​ທິດ​ອັນ​ຖືກ​ຕ້ອງ.