ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-17 18:42:59    
ສື່​ມວນ​ຊົນ​ສິງ​ກະ​ໂປ​ເຫັນ​ວ່າ ການ​ປະ​ຕິ​ຮູບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄວນ​ດຳ​ເນີນ​ໄປ​ຢ່າງ​ໜັກ​ແໜ້ນ ຫາກ​ບໍ່​ຄວນ​ຊຸກ​ຍູ້​ຢ່າງ​ຊູ​ຊີ

cri Author: min
ຕາມຂ່າວCRI: ວັນ​ທີ 17 ກັນ​ຍາ, ໜັງ​ສື​ພິມ"ລຽນ​ຮື​ຈາວ​ປ້າວ" ຂອງສິງກະ​ໂປ​ໄດ້​ພິມ​ບົດ​ວິຈານ​ທີ່​ພາດ​ຫົວ​ເລື່ອງ​ວ່າ"ການ​ປະຕິ​ຮູບ​ອົງ​ການ​ສະຫະ​ປະຊາ​ຊາດ​ຄວນ​ກ້າວ​ໄປ​ໜ້າ​ດ້ວຍ​ບາດ​ກ້າວ​ນ້ອຍ", ​ເຫັນ​ວ່າ ການ​ປະຕິ​ຮູບ​ອົງ​ການ​ສະ​ຫະ​ປະຊາ​ຊາດ​ຄວນດຳ​ເນີນ​ໄປ​ຢ່າງ​ໜັກ​ແໜ້ນ ຫາກບໍ່​ຄວນ​ຊຸກ​ຍູ້​ຢ່າງ​ຊູຊີ, ຖ້າ​ບໍ່​ດັ່ງ​ນັ້ນ, ຄວາມ​ສັດ​ທາ​ຖານະ​ແລະ​ບົດບາດ​ຂອງ​ອົງການ​ສະ​ຫະ​ປະຊາ​ຊາດ​ກໍ່ອາດ​ຈະ​ກ້າວ​​ເຂົ້າ​ສູ່​ສະ​ພາບ​ທີ່​ຄາດ​ຄະ​ເນ​ບໍ່​ໄດ້.

ບົດ​ວິຈານ​ຂຽນ​ວ່າ, ຖ້າ​ການ​ຂັດ​ແຍ້​ງກັນ​ອັນ​​ໃຫຍ່​ຫຼວງ​ລະຫວ່າງ​ບັນດາ​ປະ​ເທດ​ສະ​ມາ​ຊິກ​ລົບ​ລ້າງ​ຍາກ​ໃນ​ຊົ່ວຄາວ, ​ວິທີ​​ອັນ​ເໝາະ​ສົມ​ທີ່​ສຸດ​ກໍ່​ແມ່ນ​​ໂຈະ​ການ​ໂຕ້​ຖຽງ​ກັນ​ໄວ້​​ກ່ອນ, ​ເພື່ອ​ຊອກ​ຫາ​​ແບບ​ວິ​ທີ​ທີ່​ດີກ​ວ່າ​​ໃນພາຍ​ໜ້າ.

ນອກ​ນີ້, ບົດ​ວິຈານ​ຍັງ​ຊີ້​ອອກ​ວ່າ, ສິ່ງ​ທີ່​ສຳຄັນ​ກວ່າ​ການ​ປະຕິ​ຮູບ​​ແມ່ນທຸກ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ສະ​ຫະ​ປະຊາ​ຊາດ, ບໍ່​ວ່າ​ນ້ອຍຫຼື​ໃຫຍ່, ​ແຂງ​ແຮງ​ຫຼື​ອ່ອນ​​ແອ, ຮັ່ງ​ມີຫຼືທຸກ​ຍາກ, ກ່ອນ​ອື່ນ​ໝົດ, ກໍ່​ລ້ວນ​ແຕ່ຕ້ອງ​​ເຄົາລົບ​ອົງການ​ສະຫະ​ປະຊາ​ຊາດ, ​ເຄົາ​ລົບ​ກົດ​ບັດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ.