ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-20 11:04:17    
ທ່ານ​ນາ​ຕານ ປະ​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂປ​ພົບ​ປະ​ທ່ານ​ນາງ​ອູ​ຢີ ຮອງ​ນາ​ຍົກ​ລັດ​ຖະ ມົນ​ຕີ​ຈີນ

cri
ຕາມ​ຂ່າວCRI: ວັນ​ທີ 19 ກັນຍາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ​ນາ​ຕານ ປະ​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂປ​ໄດ້​ພົບ​ປະ​ທ່ານ​ນາງ​ອູ​ຢີ ຮອງ​ນາຍົກ​ລັດ​ຖະ​ມົນ​ຕີ​ຈີນ​ທີ່​​ໄປ​ຢ້ຽມຢາມ​ ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກັນ​ຢ່າງ​ກວ້າງ​ຂວາງ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ​ເປັນເອກ​ກະສັນ​ກັນ​ສະ​ແດງ​​ວ່າ​ຈະ​​ພະຍາຍາມ​ຮ່ວມ​ກັນ, ຊຸກ​ຍູ້​ການ​ພົວພັນ​ຈີນ​​ສິງກະ​ໂປ​ໃຫ້​ຂະຫຍາຍ​ຕົວ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ການ​​ໂອ້​ລົມ​ກັນ, ທ່ານ​ນາງ​ອູ​ຢີ​ໄດ້​ຕີ​ລາຄາ​ຢ່າງ​ຕັ້​ງໜ້າ​ຕໍ່​ການ​ພົວພັນ​ລະຫວ່າງ ສອງ​ປະ​ເທດ, ທ່ານ​ນາງ​ກ່າວ​ວ່າ, ການ​ຂະ​ຫຍາຍ​ການ​ພົວພັນ​ມິດຕະພາບ​ຮ່ວມ​ມື​ກັບປະ​ເທດ​ອ້ອມ​ຂ້າງ​ນັ້ນ​ແມ່ນ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ການ​ຕ່າງປະ​ເທດ​ຂອງ​ຈີນ. ຈີນ​ຍິນ​ດີ​ເປັນ​ເພື່ອນ​ມິດ​ທີ່​ໄວ້​ໃຈ​ໄດ້​ແລະ​ຄູ່​ຮ່ວມ​ມື​ອັນ​ຈິງ​ໃຈ​ຂອງ​ບັນດາ​ປະ​ເທດ​ອາຊີ.

ທ່ານ​ນາ​ຕານ​ເວົ້າ​ວ່າ, ການ​ພັດທະນາ​ຂອງ​ຈີນ​ໄດ້​ອຳ​ນວຍ​ໂອກາດ​ຫຼາຍກວ່າ​ເກົ່າ​​ໃຫ້​​​ແກ່ປະ​ເທດ​ໃກ້​ຄຽງ, ມີ​ຜົນ​ດີ​ຕໍ່​ບັນດາ​ປະ​ເທດ​ອາ​ຊີ​ລວມທັງ​ສິງ​ກະ​ໂປ.