ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-20 11:28:01    
ນັກຕິ​ເບດ​ສຶກສາ​ຂອງ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ລາຍ​ງານ​ຢູ່​ກຸງໂຣມ

cri
ຕາມ​ຂ່າວCRI: ວັນ​ທີ 19 ກັນ​ຍາ, ຄະ​ນະ​ຜູ້​ແທນ "ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຕິ​ເບດ ຈີນ" ​ໄດ້​ຈັດ​ກອງ​ປະ​ຊຸມ​ລາຍ​ງານ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ໂຣມ​ຂອງອີ​ຕາ​ລີ, ນັກ​ຕິ​ເບດສຶກ​ສາ​ຈີນ, ພະ​ລາ​ມາ​ໄດ້​ແນ​ະນຳ​ສະ​ພາບ​ການ​ພັດ​ທະ​ນາ​ຂອງ​ເຂດຕິ​ເບ​ດ​ໃນ​ດ້ານ​ເສດ​ຖະ​ກິດ ສັງ​ຄົມ ສາ​ສະ​ໜາ ວັດ​ທະ​ນະ​ທຳ​ແລະ​ອື່ນໆ​ໃນ​ເຄິ່ງ​ສັດຕະວັດ​ທີ່​ຜ່ານ​ມາ​ຕໍ່​ຄູ​ອາ​ຈານ ນັກ​ສຶກ​ສາ​ແລະ​ນັກ​ປາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ໂຣມ​ທີ່​ຮ່ວມ​ປະຊຸມ.

ທ່ານຊື້​ວ້າງຈຸ້ນ​ເມ ຫົວໜ້າ​ສະ​ພາ​ບັນດິດ​ວິ​ທະຍາ​ສາດ​ສັງຄົມ​ເຂດຕິ​ເບດ​ປົກຄອງ​ຕົນ​ເອງ​ແລະ​ນັກຕິ​​​ເບ​ດສື​ກສາ​ໄດ້​ແນະນຳ​ເຂດຕິ​ເບດ​ປົກຄອງ​ຕົນ​ເອງ​ຢ່າງ​ຂ້ອນ​ຂ້າງ​ລະອຽດ, ທ່ານ​ໄດ້​ຍົກ​ເອົາ​ເລື່ອງ​ຈິງ​ຈຳນວນ​ຫຼວງຫຼາຍ​ມາ​​ຢັ້ງຢືນ​ໃຫ້​ເຫັນ​ເຖິງ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ ຂອງ​ເຂດຕິ​ເບດ​ໃນ​ເຄິ່ງ​ສັດຕະວັດ​ທີ່​ຜ່ານ​ມາ.

ພະ​ລາມາ​ລາ​ບູ​ໄດ້​ຫວນ​ຄືນ​ແຫຼ່ງກຳ​ເນີ​ດ​​ແລະ​ສະພາບ​ໃນ​ປະຈຸ​ບັນ​ຂອງ​ສາສະໜາຕິເບດ, ​ຍັງໄດ້​ແນະນຳ​ມາດ​ຕະການ​ຂອງ​ຈີນ​ໃນ​ດ້ານ​ຮັກ​ສາ​ສິ່ງ​ກໍ່ສ້າງ​ເກົ່າ​ແກ່​ຢູ່​ເຂດຕິ​ເບ​ດ​ແລະ​ຮັບປະກັນ​​ໃຫ້​ພົນລະ​ເມືອງ​ມີ​ສິດ​ເຊື່ອ​ຖື​ສາສະໜາ​ຢ່າງ​ເສລີ.