ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-20 18:20:29    
ກອງ​ປະ​ຊຸມ​ຄັ້ງ​ທີ​2​ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຈີນ​ສິງ​ກະ​​ໂປ​ໄດ້​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ

cri

ຕາມ​ຂ່າວcri:ວັນ​ທີ20​ກັນຍາ,ກອງ​ປະຊຸມ​ຄັ້ງ​ທີ2​ຂອງ​ຄະນະ​ກຳ​ມະ​ການ​​ຮ່ວມ​ມື​ທະວີ​ພາ​ຄີ​ຈີນ​ສິງກະ​​ໂປ​ໄດ້​ຈັດ​ຂຶ້ນ​ຢູ່​ສິງກະ​​ໂປ.ທ່ານ​ນາງ​ອູ​ອີ​ຮອງ​ນາຍົກ​ລັດຖະ​ມົນຕີ​ຈີນ​​ແລະ​ທ່ານ​ວົງ​ແຄນ​ເຊີງ​ຮອງ​ນາຍົກ​ລັດຖະ​ມົນ​ຕີ​ສິງປະ​ໂປ​ໄດ້​​ເປັນ​ປະທານ​ຮ່ວມ​ຂອງ​ກອງ​ປະ​ຊຸມ,ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ ຢ່າງ​ຫຼວງ​ຫຼາຍ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອິກ​,​​ແລະ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃໝ່​.


ໃນກອງ​ປະຊຸມ,ທ່ານ​ນາງອູ​ອີໄດ້ສະ​ເໜີແນວ​ຄວາມຄິດ​ແລະ​ຂໍ້ສະ​ເໜີ​ອັນລະ​ອຽດກ່ຽວ​ກັບ​ການ​ຈະ​ເຮັດ​ແນວ​ໃດ​ຈິ່ງ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຈຸດ​ໜັກ​ລະຫວ່າງ​ສອງ​ປະ​ເທດ,​ໃນ​ນັ້ນ​ລວມ​ທັງ​ສຶບຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​​​ໄຮເຕັກ​,ຊົມ​ເຊີຍ​ຝ່າ​ຍສິງກະ​​ໂປ​ເຂົ້າ​ຮ່ວມ​ການ​ພັດທະ​ນາ​ພາກ​ຕະ​ເວັນ​ຕົກ​ຂອງ​ຈີນ​ຢ່າ​ງ​ໃຫຍ່​​ແລະ​ຍຸດ​ທະ​ສາດ​ທີ່​ພັດທະນາ​ແຫຼ່ງ​ອຸດ​ສາ​ຫະກຳ​ເກົ່າ​ຢູ່ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ​​ໃຫ້​ຈະ​ເລີ​ນ​​ເປັນ​ຕົ້ນ,ສືບ​ຕໍ່​ສ້າງ​ແທ່ນ​ຍິ່ງ​ຫຼາຍ​ແລະ​ຍິ່ງ​ກວ້າງ​ໃຫ້​ການ​ຮ່ວມມື​ຂອງ​ວິ​ສາ​ຫະກິດ​ສອງຝ່າຍ,ສືບຕໍ່​ເພີ່ມ​ທະວີການ​ແລກປ່ຽນ​ແລະ​ການ​ເຝິກ​ອົບ​ຮົມ​ຊັບພະ​ຍາ​ກອນ​ມະ​ນຸດ​ເປັນ​ຕົ້ນ.