ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-21 10:55:23    
ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີສິງ​ກະ​ໂປ​ພົບ​ປະ​ທ່ານ​ນາງ​ອູ​ຢີ ຮອງ​ນາ​ຍົກ​ລັດຖະ​ມົນ​ຕີ​ຈີນ

cri Author: min
ຕາມ​ຂ່າວCRI: ວັນ​ທີ 20 ກັນຍາ, ​ຢູ່​ທຳນຽບ​ປະທານາທິບໍດີ, ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ໄດ້​ພົບ​ປະ​ທ່ານ​ນາງ​ອູ​ຢີ ຮອງ​ນາຍົກລັດຖະມົນຕີ​ຈີນ​ທີ່​ໄປ​ຢ້ຽມຢາມ, ສອງ​ຝ່າຍ​ກ່າວ​ເນັ້ນ​ວ່າ ຈະ​ຂະ​ຫຍາຍການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ລົງ​ເລິກ​ສາຍ​ພົວພັນ​ຮ່ວມ​ມືດ້ວຍ​ໄມ​ຕີ​ຈິດ​ລະຫວ່າງ​ຈີນ​ກັບ​ສິງກະ​​ໂປ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ລີ​ຊຽນລົງ​ເວົ້າ​ວ່າ, ການ​ພົວພັນ​ຈີນ​ກັບ​ສິງກະ​ໂປ​ໄດ້​ຂະຫຍາຍຕົວ​ຢ່າງ​ດີງາມ, ​ເຊື່ອ​ວ່າ, ພາຍ​​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ຈຸດໝາຍ​ທີ່​​ເຮັດ​ໃຫ້ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ບັນລຸ 50 ຕື້​​ໂດ​ລາ​ໃນ​ປີ 2010 ຈະ​ບັນລຸ​ຜົນ​ເປັນ​ຈິງ​ລ່ວງ​ໜ້າ​ຢ່າງ​ແນ່ນອນ.

ທ່ານ​ນາງ​ອູ​ຢີ​ເວົ້າ​ວ່າ, ຝ່າຍ​ຈີນ​ເອົາ​ໃຈ​ໃສ່​ນຳການ​ພົວພັນ​ກັບ​ສິງກະ​​ໂປ, ຍິນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປ​ະ​ເທດ​​ໃຫ້​ມີ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ບົນ​ພື້ນ ຖານ​ສະ​ເໝີ​ພາບ​ກັນແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ສອງ​ຝ່າຍ​ຍັງ​ເປັນ​ເອກ​ກະສັນ​ກັນ​ເຫັນ​ດີຈະ​ສືບຕໍ່​ສຸມ​ກຳລັງ​ເພື່ອ​ຊຸກ​ຍູ້​ການ​ຂະ ຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາຊ​ຽນ, ​ໂດຍ​ສະ​ເພາະ​ແມ່ນ​ອອກ​ແຮງຊຸກ​ຍູ້​ຂະ​ບວນການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ.

ວັນ​ທີ 20 ກັນຍາ, ທ່ານ​ນາງ​ອູ​ຢີ​ຍັງ​ໄດ້​ພົບ​ປະ​ທ່ານ​​ໂກ​ຈົກ​ຕົງ ລັດຖະບຸລຸດ​ສິງກະ​ໂປ.