ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-21 16:28:06    
ສີ່​ຝ່າຍ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ຈັດກອງ​ປະຊຸມ​ຮຽກຮ້ອງ​ອີສຣາ​ແອນ​ຢຸດ​ເຊົາ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ

cri
ຕາມ​ຂ່າວCRI: ວັນ​ທີ 20 ກັນຍາ, ສີ່​ຝ່າຍ​ກ່ຽວກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ທີ່​ປະກອບ​ດ້ວຍ​ລວມທາງ​ອົງການ​ສະຫະ​ປະຊາ​ຊາດ, ອາ​ເມ​ລິ​ກາ, ຣັດ​ເຊຍ​ແລະ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ແລະ​ອອກ​ຖະ​ແຫຼງການ, ຮຽກຮ້ອງ​ໃຫ້​ອີສຣາແອນ​​ເຊົາ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານບົນ​ດິນ​ແດນ​ທີ່ຖືກ​ຍຶດຄອງ​ຂອງ​ປາເລັສຕີນ​.

ຖະ​ແຫຼງ​ການ​ຍັງ​ຮຽກຮ້ອງ​ໃຫ້​ອິສຣາ​ແອນ​ຜ່ອນຄາຍ​ການ​ຈຳກັດ​ການ​ເຄື່ອນ​ໄຫ​ວຕໍ່​ຊາວ ປາ​ເລັສຕີນ​, ​ແລະ​ຊີ້​ອອກ​ວ່າ, ບັນຫາ​ກ່ຽວ​ກັບ​ຖານະ​ສຸດ​ທ້າຍ​ຂອງປາ​ເລັສຕີນ​ແລະ​ອິສຣາ​ແອນ​ຕ້ອງ​ແກ້​ໄຂ​ໂດຍ​ຜ່ານຈາກ​ການ​ເຈລະຈາ.

ຖະແຫຼງການ​ຮຽກຮ້ອງ​ໃຫ້​ອົງການ​ອຳນາດ​​ແຫ່ງ​ຊາດປາ​ເລັສຕີນ​ສືບຕໍ່​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ,​​ ຊຸກ​ຍູ້​ການ​ປະຕິ​ຮູບ​ຂະ​​ແໜງ​ການຮັກສາ​ຄວາມ​ສະຫງົບ. ຖະ​ແຫຼງ​ການ​ຍັງ​ເຕືອນ​ໃຫ້​ຝ່າຍ​ປະກອບ​ອາວຸດ​ປາ​ເລັສຕີນ​ປະລະ​ການ​ເຄື່ອນ​ໄຫ​ວ ດ້ວຍກຳລັງ​ຮຸນ​ແຮງ, ​ເຂົ້າ​ຮ່ວມ​ຂະບວນ​ວິວັດ​ທາງ​ການ​ເມືອງ​ຂອງ​ປາ​ເລັສຕີນ​.​