ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-22 20:44:23    
ກອງ​ປະ​ຊຸມ​ໄອ​ໂປ​ຄັ້ງ​ທີ 26 ອັດ​ລົງ(ສຽງ)

cri Author: lm


ຕາມ​ຂ່າວCRI: ກອງ​ປະຊຸມ​ໄອ​ໂປ​ຄັ້ງທີ 26 ທີ່​ໄຂ​ຂຶ້ນຢູ່​ວຽງ​ຈັນ ນະຄອນຫຼວງ​ສ.ປ.ປ.ລາວ​ເປັນ​ເວ​ລາ 4 ມື້​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 22 ກັນຍາ. ກອງ​ປະຊຸມ​ໄດ້​ຜ່ານ​ມະຕິທີ່​ກ່ຽວ​ຂ້ອງ​​ດ້ານ​ການ​ເມືອງ ​ເສດຖະກິດ ສັງຄົມ​ວັດທະນະທຳ​ແລະ​ອົງການ​ຈັດຕັ້ງ​ເປັນຕົ້ນລວມ 22 ສະບັບ​, ແລະ​ໄດ້​ອອກ​ຖ​ະ​ແຫຼງການ​ຮ່ວມ.

​ໃນ​ພິທີ​ອັດ​ປະຊຸມ, ທ່ານ​ສະໝານ ວິ​ຍະ​ເກດ ປະທານ​ສະພາ​ແຫ່ງ​ຊາດ​ລາວ ປະທານ​ກອງ​ປະ​ຊຸມ​ໄດ້​ກ່າວ​ຄຳ​ປາ​ໄສ, ທ່ານ​ໄດ້​ສະຫຼຸບ​ໝາກ​ຜົນ​ສຳຄັນ​ຈຳນວນ​ໜຶ່ງທີ່​ໄດ້​ຮັບ​ໃນ​ກອງປະຊຸມ​ຄັ້ງນີ້. ທ່ານ​ເວົ້າວ່າ:​(ປ່ອຍ​ອັດ​ສຽງ 1 )

ທ່ານ​ສະໝານ ວິ​ຍະ​ເກດ​ໄດ້​ຕີ​ລາຄາ​ໃນ​ລະດັບ​ສູງ​ຕໍ່​ໝາກຜົນ​ທີ່​ໄດ້​ຮັບ​ໃນ​ກອງ​ປະຊຸມ. ທ່ານ​ເວົ້າວ່າ:​(ປ່ອຍ​ອັດ​ສຽງ 2)

ສຸດ​ທ້າຍ ກອງ​ປະຊຸມ​ໄດ້​ປະກາດ​ວ່າ, ກອງ​ປະຊຸມ​ໄອ​ໂປ​ຄັ້ງທີ 27 ຈະ​ຈັດ​ຂຶ້ນຢູ່​ທີ່​ຟິ​ລິບ​ປິນ​ແຕ່​ວັນ​ທີ 17 ຫາ​ວັນ​ທີ 22 ກັນຍາ​ປີ 2006. ຟິລິບ​ປິນຈະ​ເປັນ​ປະ​ເທດ​ປະທານ​ຝຽນ​ໄອ​ໂປ​ຄັ້ງ​ໜ້າ.