ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-24 18:54:14    
ລັດຖະມົນຕີການ​ຕ່າງປະ​ເທດປາ​ເລັດ​ສະຕິ​ນກ່າວ​ວ່ານະ​ໂຍບານ​ຕໍ່​ອິດສະ​ລາ​ແອນ​ຂອງປະ​ເທດ​ອິດສະ​ລາມ​​ບໍ່​ມີ​ການ​ປ່ຽນ​ແປງທີ່​ສຳ​ຄັນ​ແຕ່​ຢ່າງ​ໃດ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ23 ກັນຍາ,ທ່ານນັດເຊີ ອານ​ຄິດ​ວາ ລັດຖະມົນຕີ​ການ​ຕ່າງປະ​ເທດ​ປາ​ເລັດ​ສະຕິ​ນກ່າວ​ຕໍ່​ນັກ​ຂ່າວ​ວ່າ,ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະຫະ​ປະຊາ​ຊາດແລະການ​ອະພິປາຍທົ່ວ​​ໄປຂອງສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ່60,ທ່ານ​ຊາ​​ຣອນ  ນາຍົກລັດຖະມົນຕີອິດສະລາ​ແອນ​ແລະ​ທ່ານ​ຊາ​ໂລມ ລັດຖະມົນຕີ​ການ​ຕ່າງປະ​ເທດອິດ​ສະລະ​ແອນ​ນັ້ນ,​ໄດ້​ຕິດ​ຕໍ່ສຳຜັດ​ກັບປະ​ເທດ​ອິດສະ​ລາມຕ່າງໆ,​ແຕ່​ນະ​ໂຍບາຍ​ຕໍ່​ອິດສະ​ລາ​ແອນ​ຂອງ​ປະ​ເທດ​ອິດສະ​ລາມຊຶ່ງລວມທັງ​ປະ​ເທດ​ອາລາບກໍບໍ່​​ໄດ້​ມີການ​ປ່ຽນ​ແປງທີ່​ສຳ​ຄັງ​ແນວ​ໃດ.

ທ່ານ​ນັດ​ເຊີ​ອານ​ຄິດ​ວາກ່າວ​ວ່າ,ຜູ້ນຳ​ຂອງ​ປະ​ເທດ​ອິດສະ​ລາມ​ຫລາຍ​ຄົນ​ໄດ້​ກ່າວ​​ໃນ​ກອງ​ປະ​ຊູ​ມສຸດ​ຍອດ​ສະຫະ​ປະ​ຊາ​ຊາດ​ແລະ​ການ​ອິພິປາຍ​ທົ່ວ​ໄປຂອງສະມັດຊາໃຫຍ່​ສະຫະ​ປະຊາ​ຊາດ​ຢ່າງ​ຄັກ​ແນ່​ວ່າ,ກ່ອນສ້າງ​ຕັ້ງ​ປະ​ເທດ​ປາ​ເລັດ​ສະຕິ​ນທີ່​ເປັນ​ເອກະລາດ,ຈະ​ບໍ່​ສ້າງ​ການ​ພົວພັນ​ການ​ທູດຮອບດ້ານ​ກັບ​ອິດສະ​ລາ​​ແອນ.ສະຫະ​ພາບ​ອາ​ລາບ​ແລະ​ອົງການ​ສະພາອິດສະລາມ​ກໍ​ກ່າວ​ລື້​ມ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ທີ່​ຈັດຂຶ້ນ​ຢູ່ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດໃນ​ຫວ່າງ​ມໍ່ໆ​ນີ້ວ່າ,​ນະ​ໂຍບາຍ​ຕໍ່​ອິດສະ​ລາ​ແອນ​ຂອງໂລກ​ອາ​ລາບ​ແລະ​ອິດສະ​ລາມບໍ່ມີ​ການປ່ຽນ​ແປງ​ໃດໆຫມົດ.