ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-30 12:42:58    
ຢູ່​ເມືອງ​ບາ​ລັດ​ຂອງ​ອີ​ຣັກ​ໄດ້​ເກີດ​ເຫດ​ການ​ລະ​ເບີດ​ແຕກ​ແບບ​ຂ້າ​ໂຕ​ຕາຍ​ຢ່າງ​ລຽນ​ຕິດ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ:ຕອນ​ຫົວ​ຄ່ຳວັນ​ທີ​29​ກັນ​ຍາ,ຢູ່​ເມືອງ​ບາລັດ​ພາກ​ກາງ​ຂອງ​ອີຣັກ​ໄດ້​ເກີດ​ເຫດ​ການ​ລະ​ເບີດ​ດ​ຍົນ​ແຕກ​ແບບ​ຂ້າ​ໂຕ​ຕາຍ​ຢ່າງ​ລຽນ​ຕິດ​ສາມ​ລາຍ,ປະຈຸ​ບັນ​ມີ62​ຄົນ​ໄດ້​ເສຍ​ຊີວິດ​,100​ກວ່າ​ຄົນ​ບາດ​ເຈັບ.

ບຸກຄົນ​ກະຊວງ​​ພາຍ​ໃນ​ອີຣັກ​ກ່າວ​ວ່າ,​ເຫດການ​​ລະ​ເບີດ​ແຕກ​ເກີດ​​ຂຶ້ນໃນ​ເວລາລະ​ຫວ່າງ6​ໂມງ​ເຄີ່ງ​ເຖິງ7​ໂມງ​ຕອນ​ຄ່ຳ​ວັນ​ທີ29,ບ່ອນ​ເກີດ​ເຫດ​​ລ້ວນ​ແຕ່​​ຢູ່​ຍ່ານ​ການ​ຄ້າ​ຂອງ​​ເມືອງ​ບາ​​ລັດ,​​ໃນ​ເວລາ​ເກີດ​ເຫດ​ມີ​ໄທ​ເມືອງ​ຈຳ​ນວນ​ຫຼວງ​ຫຼາຍ​ກຳລັງຊື້​ຂອງ​ຢູ່​ຍ່ານ​ການ​ຄ້າ​ດັ່ງ​ກ່າວ.ມັນ​ເດັ່ນ​ຊັດ​ແລ້ວ​ວ່າ,​ນີ້​ແມ່ນ​ເຫດ​ການ​ຫຼອນໂຈມ​ຕີ​ທີ່​​ວາງ​ແຜນ​ໄວ້ລ່ວງ​ໜ້າ​.

ຖະ​ແຫຼງ​ການ​ສະບັບ​ໜຶ່ງ​ທີ່​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີ​ຣັກ​ປະ​ກາດ​ໃນ​ວັນ​ທີ29​ກັນ​ຍາ​ກ່າວ​ວ່າ,ທະ​ຫານ​ອາ​ເມ​ລິ​ກາ​ຜູ່​ໜຶ່ງ​ໄດ້​ເສຍ​ຊີວິດ​​ໃນ​ການ​ຍິງ​ກັນ​ກັບ​ຜູ່​ປະ​ກອບ​ອາ​ວຸດ​ຢູ່​​ເມືອງ​ຣາ​ມາດີ​ພາກ​ຕະ​ເວັນ​ຕົກ​ສ່ວນ​ກາງ​ຂອງ​ອີ​ຣັກ.​ນອກ​ນັ້ນ,ວັນ​ທີ28​ກັນ​ຍາ,ຍັງ​ມີ​ທະ​ຫານ​ຂອງ​ກອງ​ທັບ​ເຮືອ​ສູ້​ລົບ​ເທີງ​ບົກ​ຂອງ​ເມ​ລິ​ກາ​5​ຄົນໄດ້​ເສ​ຍຊີວິດ​ໃນ​ເຫດ​ການ​ລູກ​ລະ​ເບີດ​ຢູ່​ແຄມ​ທາງ​ແຕກ​ທີ່​ເມືອງ​ຣາ​ມາດີ.