ຕາມຂ່າວcri:ວັນທີ3ຕຸລາ,ທ່ານລີຊຽນລຸງນາຍົກລັດຖະມົນຕີສິງກະໂປກັບທ່ານຊູຊີໂລປະທານາທິບໍດີອິນໂດເນເຊຍໄດ້ຈັດການພົບປະບໍ່ເປັນທາງການຢູ່ເກາະບາຫຼີອິນໂດເນເຊຍ,ສອງຝ່າຍເຫັນດີລົງເລິກການພົວພັນການຮ່ວມມືດ້ວຍໄມຕີຈິດລະຫວ່າງສອງປະເທດຕື່ມອີກ,ເພີ່ມທະວີການຮ່ວມມືໃນດ້ານປ້ອງກັນຊາດ ຕ້ານການກໍ່ການຮ້າຍແລະດ້ານເສດຖະກິດການຄ້າເປັນຕົ້ນ.
ຕາມໜັງສືພິມລຽນເຮີຈາວປ້າວສິງກະໂປລາຍງານວ່າ,ຜູ່ນຳສອງປະເທດຕົກລົງວ່າ,ຈະເລີ່ມຈັດການເຈລະຈາກ່ຽວກັບການເຊັນສັນຍາຮ່ວມມືປ້ອງກັນຊາດລະຫວ່າງສອງຝ່າຍ.
ຜູ່ນຳສອງປະເທດຍັງກ່າວວ່າຍິນດີເພີ່ມທະວີການຮ່ວມມືໃນດ້ານພັດທະນາການທ່ອງທ່ຽວ ຮັບມືກັບສະພາບໄຂ້ຫວັດສັດປີກເປັນຕົ້ນ.ນອກນີ້,ທັງສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາສອງຝ່າຍແລະບັນຫາພາກພື້ນເຊັ່ນ,ສົນທິສັນຍາສົ່ງນັກໂທດຂ້າມແດນໃຫ້ແກ່ກັນ ກອງປະຊຸມສຸດຍອດອາຊີຕາເວັນອອກເປັນຕົ້ນ.
|