ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-05 18:34:28    
ປະ​ທານ​ລັດຖະສະພາ​ຂ້າມ​ຜ່ານ​ອີຣັກ​ຮຽກຮ້ອງ​ໃຫ້​ກອງທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ຢຸດ​ເຊົາ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ພາກ​ຕາ​ເວັນ​ຕົກ​ອີຣັກ

cri
ຕາມ​ຂ່າວCRI: ວັນ​ທີ 5 ຕຸລາ, ທ່ານຣັດຊາ​ນີ ປະ​ທານ​ສະພາ​ຂ້າມ​ຜ່ານ​ແຫ່ງ​ຊາດ​ອີຣັກ ນັກ​ການ​ເມືອງ​ນິກາຍ​ຊຸນ​ນິດ​ຮຽກຮ້ອງ​ໃຫ້​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ຢຸດ​ເຊົາ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ພາກ​ຕາ​ເວັນ​ຕົກ​ອີຣັກ. ​ເພາະ​ເຂົາ​ໄດ້​ກີດ​ຂວາງ​ໄທ​ເມືອງ​ທ້ອງ​ຖິ່ນ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ລັດຖະທຳ​ມະ​ນູນທີ່​ຈະຈັດ​ຂຶ້ນ​ໃນ​ກາງ​ເດືອນ​ຕຸລາ. ທ່ານຣັດຊາ​ນີ​ຍັງ​ເວົ້າ​ວ່າ, ທ່ານ​ສະໜັບສະໜູນ​ຂໍ້​ສະ​ເໜີ​ທີ່​ກ່ຽວ​ຂ້ອງ​ທີ່​​ທ່ານ​ແຟຊານ ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຊາ​ວຸດ​ອາລາບີ​ສະ​ເໜີ​ອອກ​ໃນ​ວັນ​ທີ 2 ຕຸລາ, ຄື: ວາງ​ຍຸດ​ທະ​ສາດ​ອາ​ລັບ​ສະໜັບສະໜູນ​ອີຣັກ​ໂຮມ​ເປັນ​ເອກະ​ພາບ​ກັນ, ​ໃຫ້​ບັນດາ​ຝ່າຍ​ແລະ​ບັນດາ​ຊົນເຜົ່າ​ຂອງ​ອີຣັກ​ປອງ​ດອງ​ກັນ.