ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-05 20:42:16    
ອົງການ​ສະ​ຫະ​ປະຊາ​ຊາດ​ປະ​ກາດ​ວ່າ​ ລັດ​ຖະ​ສະ​ພາ​ອີ​ຣັກ​ດັດ​ແກ້​ກົດ​ໝາຍ​ການ​​ເອົາ​ປະ​ຊາ​ມະຕິ​ດ້ວຍ​ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ບໍ່​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ສາ​ກົນ

cri

ຕາມ​ຂ່າວCRI: ວັນ​ທີ 4 ຕຸລາ, ທ່ານ​ດູ​ຈາຣິກ ​ໂຄ​ສົກ​ອົງ​ການ​ສະ​ຫະ​ປະຊາ​ຊາດ​ເວົ້າ​ວ່າ, ການ​ກະທຳ​ຂອງ​ລັດ​ຖະ​ສະພາ​ມົນຕີ​ລັດ​ຖະ​ບານ​ຂ້າມ​ຜ່ານ​ອີ​ຣັກ​ດັດ​ແກ້​ກົດ​ໝາຍ​ກ່ຽວ​ກັບ​ການ​ເອົາ​ປະຊາ​ມະຕິ​ດ້ວຍ​ການ​ປ່ອນ​ບັດຫຼື​ລົງ​ຄະ​ແນນ​ສຽງ​ເພື່ອ​ເຮັດ​ໃຫ້​ຜູ້​ປ່ອນ​ບັດ​ປະຕິ​ເສດ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ບໍ​ໄດ້ໃນ​ວັນ​ທີ 2 ຕຸລາ ​ແມ່ນ​ບໍ່​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ສາກົນ.


ທ່ານ​ດູຈາຣິກ​ເວົ້າ​ວ່າ, ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ອົງ​ການ​ສະຫະ​ປະ​ຊາ​ຊາດ​ພວມ​ຕິດ​ຕໍ່​ກັບ​ຝ່າຍ​ອີຣັກ, ​ເຊື່ອ​ວ່າ​ ອີ​ຣັກ​ຍ່ອມຈະ​ດຳ​ເນີນ​ການ​ປ່ອນ​ບັດ​​ເອົາ​ປະຊາ​ມະ​ຕິ​ຕາມ​ຫຼັກ​ການ​ທ່ຽງທຳ​ໃນ​​ທີ່​ສຸດ​.


ນອກ​ນີ້, ຕາມ​ຂ່າວ​ແຈ້ງ​ວ່າ, ຕອນ​ຂອນ​ແຈ້ງ​ວັນ​ທີ 4 ຕຸລາ, ຢູ່​ຫຼາຍ​ຕົວ​​ເມືອງ​ແຄມ​ຝັ່ງ​ແມ່​ນ້ຳຢູ​​ຝຼາ​ເທັສ​ພາກ​ຕາ​ເວັນ​ຕົກ​ອີ​ຣັກ ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ກໍ່​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຂະໜາດ​ໃຫຍ່​ທີ່ສຸດ​ໃນ​ປີ​ນີ້ຕໍ່​ກອງ​ປະ​ກອບ​ອາ​ວຸດ​ຕ້ານ​ອາ​ເມ​ລິ​ກາ.