ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-06 20:37:53    
ຮອງ​ນາ​ຍົກ​ລັດຖະ​ມົນຕີ​ອິສ​ລະ​ແອນ​ກ່າວ​ວ່າ ບໍ່ຫ່ອນ​ປ່ອຍ​ຕົວ​ຊາວ​ປາ​ເລັສ​ຕີນ​ທີ່​ຖືກ​ກັກ​ຂັງ​ຍ້ອນ​ກອງ​ປະຊຸມ​ສຸດ​ຍອດ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 6 ຕຸລາ ທ່ານ​ໂອນ​ເມີດ ຮອງ​ນາຍົກລັດຖະມົນຕີອິສລະ​ແອນ​ກ່າວ​ວ່າ,ອິສລະ​ແອນບໍ່ຫ່ອນ​ຈະປ່ອຍ​ຕົວຊາວ​ປາ​ເລັສຕີນ​ທີ່​ຖືກ​ກັກ​ຂັງຍ້ອນ​ຈັດກອງ​ປະຊຸມ​ສຸດ​ຍອດອິສລະ​ແອນ​ປາ​ເລັສຕີນ.

ທ່ານ​ໂອນ​ເມີດ​ເວົ້າວ່າ,ອິສລະ​ແອນ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ແກ່​ຊີວິດ​ການ​ເປັນ​ຢູ່ຂອງ​ຊາວ​ປາ​ເລັສຕີນ,​ແຕ່​ກ່ອນ​ອື່ນ​ ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຊາວ​ອິສລະ​ແອນ​ແລະ​ປັບປຸງ​ສະພາບດຳລົງ​ຊີວິດ​ຂອງ​ຊາວ​ຢິວຢູ່​ຈຸດ​ຕັ້ງຖິ່ນ​ຖານທີ່​ຝັ່ງ​ຕາ​ເວັນ​ຕົກແມ່ນ້ຳຈໍ​ແດນ.ທ່ານ​ກ່າວ​ເນັ້ນວ່າ,ອິສລະ​ແອນ​ບໍ່ຫ່ອນ​ປ່ອຍ​ຕົວຊາວ​ປາ​ເລັສຕີນ​ທີ່​ມີ​ໜີ້​​ເລືອດ​ຕໍ່​ຊາວ​ຢິວ​.

ຄາດວ່າ ທ່າ​ນຊາ​ລອນ ນາຍົກລັດຖະມົນຕີອິສລະ​ແອນ​ກັບ​ທ່ານ​ອັບ​ບາສ໌ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ຈະ​ຈັດການ​ເຈລະຈາ​ຢູ່​ເຢລູຊະ​ເລັມ​ໃນ​ວັນ​ທີ 11 ຕຸລາ.​ເພື່ອ​ເລື່ອງ​ນີ້,ຜູ້​ແທນ​ສອງ​ຝ່າຍ​ຍັງ​ຈະ​ພົບ​ປະກັນ​ໃນ​ວັນ​ທີ 7 ,ຫາລື​ການຈັດ​ວາງ​ວາລະ​ພົບ​ປະສຸ​ດຍອດ​ອິສລະ​ແອນ​ປາ​ເລັສຕີນ.