ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-09 18:22:13    
ດາວ​ທຽມ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທີ່​ລັດ​ເຊຍ​ຍິງ​ສົ່ງ​ບໍ​ລິ​ການ​ເອີ​ລົບ​ບໍ່​ໄດ້​ເຂົ້າ​ສູ່​ໂຄ​ຈອນ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ: ຕອນ​ຄ່ຳ​ວັນ​ທີ 8 ຕຸ​ລາ, ລູກ​ສອນ​​ໄຟ​ຍານ​ສົ່ງ​ຂະ​ໜາດ​ເບົາ"​ໂຣຄົດ"ທີ່​ຍິງ​ສົ່ງ​ໂດຍ​ກອງ​ທະ​ຫານ​ການ​ບິນ​ອະ​ວະ​ກາດ​ລັດ​ເຊຍຍ້ອນ​​ລູກ​ສອນ​ໄຟ​ຕອນ​ທິໜຶ່ງ​ແລະ​ຕອນ​ທີ​ສອງ​ບໍ່​ໄດ້​ແຍກ​ອອກ​ຈາກ​ກັນ​ເລີຍ, ​ເຮັດ​ໃຫ້​ດາວ​ທ່ຽມ​ຄົ້ນ​ຄວ້າ​ວິທະຍາສາດ"ຄຼີຢໍ​ຊັດ"ຂອງ​ເອີ​ລົບ​ບໍ່​ໄດ້​ເຂົ້າ​ສູ່​​ໂຄ​ຈອນ​ຕາມ​ແຜນ​ແລະຂາດ​ການ​ຕິດ​ຕໍ່​ກັບ​ໜ້າດິນ.

ທ່ານ​ພົນ​ໂທ ​ໂກຼມໍ​ຟ ຮອງ​ຜູ່​ບັນຊາ​ການ​ໃຫຍ່​ກອງ​ທະຫານ​ການບິນ​ອະວະ​ກາດລັດ​ເຊຍ​​ເວົ້າ​ວ່າ, ຜູ່​ຊ່ຽວຊາຍ​ການບິນ​ອະວະກາດ​ລັດ​ເຊຍ​ເຫັນ​ວ່າ​ດາວ​ທຽມ​ແລະ​ລູກ​ສອນ​​ໄຟ​ໄດ້​ພ້ອມ​ກັນ​ຕົກລົງ​ທະ​ເລ​ລີ​ນ​​ໂຄນ​ຂອງ​ມະຫາ​ສະໝຸດ​ກຼາດຊຽນອາກຕິກ​ທີ່​ໃກ້​ກັບ​ຈຸດ​ຂົ້ວ​ໂລກ​ເໜືອ.

ພາຍ​ຫຼັງ​ອຸບັດ​ເຫດ​ການ​ຍິງ​ສົ່ງ​ລູກ​ສອນ​ໄຟເທື່ອ​ນີ້​ເກີດ​ຂຶ້ນ​ແລ້ວ, ສຳນັກງານ​ການບິນ​ອະວະ​ກາດ​ລັດ​ເຊຍ​ປະ​ກາດ​​ໃນ​ທັນ​ທີວ່າ, ກ່ອນຮູ້​ສາຍ​ເຫດ​​ເກີ​ດອຸບັດ​ເຫດຢ່າງ​ເຖິງ​ຖອງ​ແລ້ວ​, ຈະຢຸດ​ເຊົາ​ການ​ຍິງ​ສົ່ງ​​ລູກ​ສອນ​ໄຟ​ຍານ​ສົ່ງ"​ໂລ​ຄົດ"ທັງ​ໝົດ.