ຕາມຂ່າວcri:ວັນທີ11 ຕຸລາ,ທ່ານຊາຣອນ ນາຍົກລັດຖະມົນຕີອິດສະລາແອນກ່າວລື້ມວ່າ,ອິດສະລາແອນຈະສືບຕໍ່ຍຶດຫມັ້ນແຜນການສັນຕິພາບຂອງຕາເວັນອອກກາງ,ພະຍາຍາມຮວ່ມກັບຝ່າຍປາແລັດສະຕິນກ້າວໄປຫນ້າໃນບັນຫາສັນຕິພາບປາແລັດສະຕິນອິດສະລາແອນ.
ມື້ດຽວກັນ,ໃນເວລາພົບປະທ່ານມາເຄີ ໂດເທີ ທູດພິເສດຕາເວັນອອກກາງຂອງສະຫະພາບເອີລົບທີ່ໄປຢ້ຽມຢາມ,ທ່ານປາເດຼນ ນາຍົກລັດຖະມົນຕີຊອກດານີກ່າວລື້ມວ່າ,ຊອກດານີຊົມເຊີຍອິດສະລາແອນຖອນທະຫານຈາກແຖບກາຊາ,ແຕ່ກ່າວເນັ້ນວ່າອິດສະລາແອນຄວນຖອນທະຫານອອກຈາກຝັ່ງຕາເວັນຕົກແມ່ນ້ຳຈໍແດນໃນທັນທີ.
|