"ຂະບວນອາເຈະເສລີ"ອົງການລັດທິແບ່ງແຍກຂອງອິນໂດເນເຊຍເລີ່ມການປົດອາວຸດໄລຍະທີສອງ
cri
Author: da
ຕາມຂ່າວCRI: ອີງຕາມສັນຍາສັນຕິພາບທີ່ເຊັນກັບລັດຖະບານອິນໂດເນເຊຍ,ວັນທີ 14 ຕຸລາ , "ຂະບວນອາເຈະເສລີ" ອົງການລັດທິແບ່ງແຍກຂອງອິນໂດເນເຊຍເລີ່ມການປົດອາວຸດໄລຍະທີສອງ.
ຕາມຂ່າວແຈ້ງວ່າ,ມື້ດຽວກັນ ສະມາຊິກ"ຂະບວນອາເຈະເສລີ"ໄດ້ມອບອາວຸດ 90 ກວ່າອັນໃຫ້ຄະນະຕິດຕາມກວດກາສາກົນສັນຕິພາບອາເຈະຢູ່ສອງບ້ານ ທາງພາກເໜືອແຂວງອາເຈະ,ພາຍຫຼັງມາ ອາວຸດເຫຼົ່ານີ້ຖືກທັບມ້າງຢ່າງເປີດເຜີຍ.ຕາມຊາບວ່າ,ໃນຫຼາຍມື້ຂ້າງໜ້ານີ້, ສະມາຊິກ"ຂະບວນອາເຈະເສລີ"ຍັງຈະມອບອາວຸດ 200 ອັນອີກ.
|
|