|
![](/images/spacer.gif) |
(GMT+08:00)
2005-10-15 18:32:23
|
![](/images/shim.gif) |
ອິນເດຍກັບມຽນມ້າເຫັນດີຮ່ວມກັນໂຈມຕີກອງປະກອບອາວຸດຄັດຄ້ານອິນເດຍ
cri
ຕາມຂ່າວCRI: ວັນທີ 14 ຕຸລາ, ກະຊວງພາຍໃນຂອງອິນເດຍໄດ້ອອກຖະແຫຼງການວ່າ, ອິນເດຍກັບມຽນມ້າເຫັນດີຮ່ວມກັນໂຈມຕີກອງປະກອບອາວຸດທີ່ຄັດຄ້ານອິນເດຍ, ແລະຈະເພີ່ມທະວີການຮ່ວມມືໂຈມຕີການຝອກເງິນແລະການຄ້າຢາເສບຕິດຕື່ມອີກ.
ຖະແຫຼງການຂຽນວ່າ, ຫວ່າງມໍ່ໆນີ້, ທ່ານດູການ ເລຂາກະຊວງພາຍໃນຂອງອິນເດຍກັບທ່ານພົນສະເວ ນາຍພົນຈັດຕະວາ, ລັດຖະມົນຕີຊ່ອຍວ່າການຂອງກະຊວງພາຍໃນຂອງມຽນມ້າ, ໄດ້ເຈລະຈາກັນຢູ່ຢາງກຸງ ນະຄອນຫຼວງມຽນມ້າ, ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການຮ່ວມກັນໂຈມຕີການເຄື່ອນໄຫວຂ້າມຊາຍແດນຂອງກອງປະກອບອາວຸດທີ່ຄັດຄ້ານອິນເດຍທີ່ຕັ້ງທີ່ໝັ້ນຢູ່ໃນແດນມຽນມ້າ, ພ້ອມທັງໄດ້ສຳຫຼວດພິດຈາລະນາສະພາບປະຕິບັດບົດບັນທຶກຊ່ວຍຈຳເຫັນໃຈກັນກ່ຽວກັບການຮ່ວມມືວຽກງານຄວາມປອດໄພທີ່ບໍ່ແມ່ນແຜນທຳມະດາ ສັນຍາແລກປ່ຽນວັດທະນະທຳແລະສັນຍາກ່ຽວກັບອິນເດຍຊ່ອຍມຽນມ້າສ້າງສາພື້ນຖານໂຄງລ່າງທີ່ສອງປະເທດໄດ້ເຊັນກັນໃນປີກາຍ.
|
|
|