ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-15 18:41:50    
ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ທຳ​ອິດ​ຫຼັງ​ສົງ​ຄາມ​ຂອງ​ອີ​ຣັກ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ເອົາ​ປະ​ຊາ​ມະ​ຕິ

cri
ຕາມ​ຂ່າວສານ​ຊິນ​ຮວາ: ການ​ປ່ອນບັດ​ເອົາປະຊາ​ມະຕິ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ​ຫຼັງ​ສົງຄາມ​ຂອງ​ອີຣັກ​ໄດ້​​ເລີ່​ມດຳ​ເນີນ​ໃນ​ເວລາ 7 ​ໂມງ​ເຊົ້າ​ວັນ​ທີ 15 ຕຸລາ​ເວລາ​ທ້ອງ​ຖິ່ນ, ທ່ານ​ທາລາ​ບານີ ປະທານາທິບໍດີ​ອີຣັກ​ແລະ​ທ່ານ​ຈາ​ຟາຣີ ນາ​ຍົກ​ລັດຖະມົນຕີ​ອີຣັກ​​ໄດ້​ນຳ​ໜ້າປ່ອນ​ບັດກ່ອນ​ໝູ່​ຢູ່​ບ່ອນ​ປ່ອນ​ບັດູ​ໃນ​ເຂດ​ສີຂຽວ​ຂອງ​ແບກ​ແດດ.

ທ່ານ​ທາລາ​ບານີ​ຮຽກ​ຮ້ອງ​ໃຫ້​ຊາວ​ອີຣັກ​ໝົດ​ທຸກ​ຄົນ​ຮັບ​​ເອົາລັດຖະທຳ​ມະນູນສະ ບັບ​ນີ້, ​ເພາະ​ວ່າ, ລັດຖະທຳ​ມະນູນ​ໄດ້​ສະ​ແດງ​​ເຖິງຄວາມ​ຕັດສິນ​ໃຈ​​ທີ່​ຈະ​ສ້າງ​ປ​ະ​ເທດ​ທີ່ມີ​ປະ​ຊາ​ທິ​ປະ​ໄຕ, ​ເປັນ​ສະຫະພັນ, ສາມັກ​ຄີ​ກັນ​ແລະ​ເປັນ​ເອກະລາດ. ທ່ານ​ຈາ​ຟາຣີ​ເວົ້າ​ວ່າ, ນີ້​ແມ່ນ​ມື້ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ, ລັດ​ຖະທຳ​ມະນູນ​ຈະ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ຄວາມ​ສາ​ມັກ​ຄີ​ຂອງ​ປະ​ເທດ​ຊາດ. ​ທ່ານ​ເຫັນ​ໄປ​ໃນ​ແງ່​ດີ​ທີ່​ຊາວ​ອີ​ຣັກ​ຈະ​ຮັບ​ເອົາ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ນີ້. ​ແຕ່​ວ່າ​ຜູ້​ປ່ອນ​ບັດ​ຂອງ​ນິ​ກາຍ​ຊຸນ​ນິດ​ທີ່​ຈະ​ເປັນ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ຕໍ່​ຜົນ​ການ​ປ່ອນ​ບັດ​ເອົາ​ປະ​ຊາ​ມະ​ຕິ​ນັ້ນ​ອາດ​ຈະ​ປ່ອນ​ບັດ​ຄັດ​ຄ້ານ​ລັດ​ຖະ​ທຳ​ມະ​ນູນ, ​ອົງ​ການ​ນິ​ກາຍ​ຊຸນ​ນິດ​ລວມທັງ​ສະພາ​ຜູ້​ອາວຸ​ໂສ​​ມຸສ​ລີມ​ເຫັນ​ວ່າ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ນີ້​ຂາດ​ຄວາມ​ທ່ຽງທຳ, ສະ​ນັ້ນ​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ຜູ້​ປ່ອນ​ບັດ​​ປ່ອນ​ບັດ​ຄັດຄ້ານ.