ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-16 18:08:00    
ປະ​ຊາ​ຄົມ​ໂລກ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ອີ​ຣັກ​ທີ່​ຈັດ​ການ​ປ່ອນ​ບັດ​ເອົາ​ປະ​ຊາ​ມະ​ຕິ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່

cri
ຕາມ​ຂ່າວCRI: ​ການ​ປ່ອນ​ບັດ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ກ່ຽວກັບ​ລັດຖະທຳ​ມະນູນ​ສະບັບ​​ໃໝ່​ຂອງ​ອີຣັກ​ໄດ້​ສ້ຽງ​ສຸດ​ລົງໃນ​ເວລາ 5 ​ໂມງ​ແລງ​ວັນ​ທີ 15 ຕຸລາ​ເວລາ​ທ້ອງ​ຖິ່ນ, ​ປະຊາ​ຄົມ​ໂລກ​ໄດ້​ພາກັນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງນີ້.

ທ່ານ​ອານ​ນານ, ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ໃນ​ຖະ​ແຫຼງການ​ວ່າ, ການ​ປ່ອນ​ບັດ​ເອົາ​ປະຊາ​ມະຕິ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ສະບັບ​​ໃໝ່​​ຈັດ​ຂຶ້ນ​ຢ່າງ​ສະດວກ, ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ປະຊາຊົນ​ອີຣັກ​ທີ່​ສະ​ແດງ​ຄວາມ​ປາຖະໜາ​ການ​ເມືອງ​ດ້ວຍ​ຮູບ​ການ​ປະຊາທິປະ​ໄຕ. ຖະ​ແຫຼງ​ການ​ກ່າວ​ເນັ້ນ​ວ່າ, ອົງການ​ສະຫະ​ປະຊາ​ຊາດ​ຈະ​ສະໜັບ​ສະໜູນ​ຂະ​ບວນ​ການ​ການ​ເມືອງ​ຂອງ​ອີຣັກ​ຄື​ແຕ່​ກ່ອນ​ທີ່​ຜ່ານ​ມາ.

ວັນ​ທີ 15 ຕຸລາ, ທ່ານ​ນາງ​ວານ​ເດິ​ເນີ ກຳມະການ​ຮັບ​ຜິດ​ຊອບ​ນະ​ໂຍບາຍ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ແລະ​ຖືກ​ຕ້ອງ​ປອງ​ດອງກັນ​ກັບ​ປະ​ເທດ​​ໃກ້​ຄຽງ​ຂອງ​ສະຫະພາບ​ເອີ​ລົບ​ໄດ້​​ເວົ້າ​ໃນ​ຖະ​ແຫຼງການ​ວ່າ, ການ​ຈັດ​ໃຫ້​ມີ​ການ​ປ່ອນ​ບັນ​ເອົາ​ປະຊະມະຕິ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ແມ່ນ​ບາດກ້າວ​ສຳຄັນ​ກ້າວໜື່ງ​ທີ່​ອີຣັກ​ກ້າວ​ເຂົ້າ​ສູ່​ຂະ​ບວນ​ການ​ປະ​ຊາ​ທິ​ປະ​ໄຕ​ແລະ​ສະ​ຖຽນ​ລະ​ພາບ​, ຄະນະ​ກຳມະ ການ​ສະຫະພາບ​ເອີ​ລົບ​ຈະ​ສືບ​ຕໍ່​ຊ່ອຍ​ປະຊາຊົນ​ອີຣັກ​ສ້າງ​ປະ​ເທດ​ທີ່​ມີ​ສະ​ຖຽນ​ລະ​ພາບ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ໂດຍ​ຜ່ານ​ອົງ​ການ​ປະ​ຊາ​ທິ​ປະ​ໄຕ.