|
|
(GMT+08:00)
2005-10-18 17:51:45
|
ພາກກາງຂອງໄທໄດ້ພົບເຫັນວ່າ ນົກຈອກຕິດເຊື້ອໄຂ້ຫວັດສັດປີກ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 17 ຕຸລາ ຝ່າຍທີ່ກ່ຽວຂ້ອງຂອງໄທໄດ້ຢືນຢັນວ່າ,ຢູ່ຈັງຫວັດລາຊະບູລີທີ່ໄກຈາກນະຄອນຫຼວງບາງກອກພຽງ 105 ກິໂລແມັດໄດ້ພົບເຫັນນົກຈອກໄດ້ຕິດເຊື້ອໄຂ້ຫວັດສັດປີກ H5N1.
ຕາມສື່ມວນຊົນໄທລາຍງານວ່າ,ໃນຫຼາຍມື້ກ່ອນ ຢູ່ຈັງຫວັດລາຊະບູລີໄດ້ປະກົດເຫັນສົບຂອງນົກຈອກທີ່ບໍ່ຮູ້ເຫດຕາຍ.ຜ່ານຈາກການກວດກາຢ່າງລະອຽດມາຫຼາຍມື້,ວັນທີ 17 ຕຸລາ,ຫ້ອງທົດລອງຄົ້ນຄວ້າພະຍາດໄຂ້ຫວັດສັດປີກຂອງໄທໄດ້ຢັ້ງຢືນວ່າ,ນົກຈອກເຫຼົ່ານີ້ໄດ້ຕິດເຊື້ອໄຂ້ຫວັດສັດປີກຮ້າຍແຮງ H5N1 .
ຂ່າວແຈ້ງວ່າ,ວຽກງານດັບເຊື້ອແລະກວດກາທີ່ກ່ຽວຂ້ອງໄດ້ເລີ່ມດຳເນີນແລ້ວ.
|
|
|