ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-21 18:23:54    
ຄົນ​ອີຣັກມີ​ປະຕິກິລິຍາ​ຕ່າງ​ກັນ​ຕໍ່​ທ່ານ​ຊັດ​ດາມ​ຖືກ​​ໄຕ່​ສ່ວນ

cri

ຕາມ​ຂ່າວcri:ວັນ​ທີ19​ຕຸລາ,ສານ​ພິ​ເສດ​ອີຣັກ​​ໄດ້​​ໄຕ່​ສ່ວນຕໍ່​ທ່ານ​ຊັດ​ດາມ​ອະດີດ​ປະທາ​ນາ​ທິບໍດີ​ອີຣັກ​ແລະ​ເຈົ້າ​ໜ້າ​ທີ່​ອາວຸ​ໂຊ7​ຄົນ​ຂອງ​ລັດຖະ​ບານ​ຊັດ​ດາມ​ເປັນ​ຄັ້ງ​ທຳ​ອິດ, ຄົນ​ອີຣັກ​ປະຕິ​ກິລິຍາ​ຕ່າງ​ກັນ​ຕໍ່​ເລື່ອງ​ນີ້.

ປະຊາຊົນ​ອີຣັກຈຳນວນ​ໜຶ່ງ​ເຫັນ​ວ່າການ​​ໄຕ່​ສ່ວນແມ່ນ"ຍ້ອນ​ຈຸດ​ປະສົງ​ທາງການ​ເມືອງ",ການ​ເລືອກ​​ເວລາ​​ໄຕ່​ສ່ວນ​ແມ່ນ​ເພື່ອ​ຍ້າຍ​ຄວາມ​ເອົາ​​ໃຈ​​ໃສ່​ຕໍ່​ຜົນການ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ຕໍ່ລັດ​ຖະທຳ​ມະນູນ​ຂອງ​ອີ​ຣັກ​ແລະ​ທົ່ວ​​ໂລກ.​ແຕ່​ປະຊາ​ຊົນ​ອີກຈຳ​ນວນອື່ນ​ພັດ​ຫວັງ​ໃຫ້​​ໄຕ່​ສວນ​ຢ່າງ​ຍຸດຕິ​ທຳ,​ເຮັດ​ໃຫ້​ຜູ້​ທີ່​ເຄີຍ​ຖືກ​ທ່ານ​ຊັດ​ດາມ​ກົດ​ຂີ່​ນັ້ນ​ສາມາດ​ສົ່ງ​ເສີມ​ຄວາມ​ເປັນ​ທຳຢູ່​ອີຣັກ​ໃໝ່.

ບັນດາຝ່າ​ຍ​ການ​ເມືອງ​ອີຣັກກໍ່​ຕີ​ລາຄາ​​ແຕກ​ຕ່າງ​ກັນຕໍ່​ການ​ໄຕ່​ສ່ວນ​ທ່ານ​ຊັດດາມ,ທ່ານ​ກາ​ຊີ ອາ​ນະວາ​ຮອງ​ປະທາ​ນາທິ​ບໍດີ​ອີຣັກ​ສັງກັດ​ນິກາຍ​ຊຸນ​ນິດປະ​ຕິ​ເສດ​ບໍ່​ຕີ​ລາຄາ​ຕໍ່​ເລື່ອງ​ນີ້,ທ່ານ​ພຽງ​ແຕ່​ກ່າວ​ວ່າ​ຫວັງ​ໃຫ້"ການ​​ໄຕ່​ສ່ວນ​ຢ່າ​​ຖືກ​ຫັນ​ເປັນ​ການ​ເມືອງ".ທ່າ​ນອັດ​ນານ ອາຈາ​ນາບີ​ສະ​ມາ​ຊິກ​ສະພາ​ສັງກັດ​ນິກາຍ​ຊຸນ​ນິດພັດ​ເຫັນ​ວ່າ,ລັດຖ​ະບານ​​ໄຕ່​ສ່ວນ​ທ່ານ​ຊັດ​ດາມ​ຍ້ອນ​ຈຸດປະ​ສົງ​ທາງ​ການ​ເມືອງ,ອາດ​ຈະ​​​ເກີດ​ມີ​ຜົນ​ກະ​ທົບ​ທາງ​ລົບຕໍ່​ອີຣັກ.ທ່ານ​ຮາ​ດີ ອາ​ໄມ​ລີຜູ່​ນຳ​ກອງ​ພົນ​ນ້ອຍບາ​ເດີ ອົງການ​ຈັດ​ຕັ້ງ​ປະກອບ​ອາວຸດ​ນິກາຍ​ຊີ​ອິດ ສະມາ​ຊິກ​ສະພາ​ເຫັນວ່າ,ຄວນ​ມີ​ການ​​ໄຕ່​ສ່ວນ​ທີ່​ຍຸດຕິ​ທຳ.

ນອກ​ນີ້,ຂ່າວ​ແຈ້ງວ່າ,ວັນ​ທີ20​ຕຸລາ,ສະມາ​ຊິກ​ຜູ່​ໜຶ່ງ​ຂອງ​ຄະນະ​ທະນາຍ​ຄວາມ​ທ່ານ​ຊັດດາມ​ໄດ້​ຖືກ​ຜູ້​ປະກອບ​ອາວຸດ​ທີ່​ບໍ່​ຮູ້​ຖານະ​ລັກ​ພາ​ຕົວ​ແລ້ວ.