ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-25 10:56:33    
ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ນາໆ​ປະ​ເທດ​​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໄຂ້​ຫວັດ​ໃຫຍ່​​ຈັດ​ຂຶ້ນ​ຢູ່​ກາ​ນາ​ດາ

cri Author: li
ຕາມ​ຂ່າວ CRI: ກອງ​ປະຊຸມ​ລັດຖະ​ມົນຕີ​ກະຊວງ​ສາທາ​ລະນະ​ສຸກ​ນາໆ​ປະ​ເທດ​​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະຍາດ​ໄຂ້ຫວັດ​ໃຫຍ່​​ໄດ້ໄຂ​ຂຶ້ນຢູ່​ອົດ​ຕາ​ວາ ນະຄອນ​ຫຼວງ​ກາ​ນາ​ດາ​ໃນ​ວັນ​ທີ 24 ຕຸລາ,ກອງ​ປະຊຸມ​ຈະ​ດຳ​ເນີນ​ສອງ​ມື້.

ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຂອງ 30 ປະ​ເທດ​ເຊັ່ນ​ຈີນ,ອາ​ເມ​ລິ​ກາ,​ອັງກິດ,​ອິນ​ໂດ​ເນ​ເຊຍ,​ແມັກ​ຊິກ​ແລະ​ອາ​ຟິຼກາ​ໃຕ້​ພ້ອມ​ດ້ວຍ​ເຈົ້າໜ້າ​ທີ່​ຂອງ​ອົງການ​ອະນາ​ໄມ​ໂລກ,​ອົງການ​ຟາວ​ສະຫະ​ປະຊາ​ຊາດ​ແລະ​ກົມ​ພະຍາດ​ສັດສາ​ກົນ​ໄດ້​​ເຂົ້າຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້. ​ເຮັດ​ແນວ​ໃດຈະ​ສະກັດ​ກັ້ນ​ການ​ແຜ່​ລາມ​​ເຊື້ອ​ໂຣກ​ຂອງ​ພະຍາດ​ໄຂ້ຫວັດ​ສັດ​ປີກ H5N1 ປະ​ເພດ​ຮ້າຍ​ແຮງ​ແມ່ນ​ຫົວ​ຂໍ້​ໜຶ່ງ​ທີ່​ສຳຄັນ​ກວ່າ​ໝູ່​ຂອງ​ກອງ​ປະຊຸມ.

ກ່ອນ​ປະຊຸມ,ທ່ານ​ດີ​ອູ​ຟ ຜູ້ອຳນວຍການ​ໃຫຍ່​ອົງການ​ຟາວ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ,​ນັບ​ມາ​ຮອດ​ປັດຈຸບັນ,​ການ​ລົງທຶນ​ຂອງ​ປະຊາ​ຄົມ​ໂລກ​ໃນ​ດ້ານ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໄຂ້ຫວັດ​ສັດ​ປີກ​ຍັງ​ບໍ່​ພໍ​ຫຼາຍ.