ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-25 14:45:41    
ຜູ້​ເລືອກ​ຕັ້ງ​ຂອງ​ສອງ​ແຂວງອີ​ຣັກຢັບຢັ້ງ​ລັດຖະທຳ​ມະນູນ​ສະບັບ​ໃຫມ່

cri

ຕາມຂ່າວcri:ວັນ​ທີ24 ຕຸລາ,ຜູ້​ຮັບຜິດຊອບ​ຜູ້​ຫນຶ່ງ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງອີຣັກກ່າວ​ວ່າ,ຜູ້​ເລືອກ​ຕັ້ງ​ຂອງ​ແຂວງ​ອານບາ​ອີຣັກຢັບຢັ້ງ​ລັດຖະທຳ​ມະນູນ​ສະບັບ​ໃຫມ່​ຂອງ​ອີຣັກ​ໂດຍ​ບັດຢັບຢັ້ງ96%​ໃນ​ການ​ເອົາປະຊາມະຕິ​ທົ່ວ​ປວງ​ຊົນ.

ໂຄສົກ​ນີ້​ກ່າວ​ໃນ​ງານ​ຖະ​ແຫລ​ງຂ່າວ​ວ່າ,ຕາມ​ຜົນ​ສະຖິຕິບັດ​ເລືອກ​ຕັ້ງ​ໃນ​ສະ​ເພາະ​ຫນ້າ​ນີ້,ຫລັງຈາກ​ແຂວງ​ຊາ​ລາ​ຮູ​ດິນ​ຢັບຢັ້ງ​ລັດຖະທຳ​ມະນູນ​ສະບັບ​ໃຫມ່​ດ້ວຍ​ບັດ​ຢັບຢັ້ງ81%,​​ແລ້ວແຂວງ​ອານ​ບາ​ແມ່ນ​ແຂວງ​ທີ​ສອງ​ທີ່​ຢັບຢັ້ງ​ລັດຖະທຳ​ມະນູນ​ສະ​ບັດ​ໃຫມ່.

ຕາມ​ລັດຖະທຳ​ມະນູນ​ຊົ່ວຄາວ​ຂອງອີຣັກກຳນົດ​ວ່າ,​ໃນ18​ແຂວງ​ຂອງ​ອີຣັກທະ​ແນມ​ແຕ່ມີ3​ແຂວງ​​ໃດມີ​ຜູ້​ເລືອກ​ຕັ້ງ​2/3ປ່ອນບັດ​ຢັບຢັ້ງ,ລັດຖະທຳ​ມະນູນ​ສະ​ບັບ​ໃຫມ່​ກໍ່​ບໍ່​ສາມາດຖືກ​ຮັບຮອງ​ໄດ້.ຄາດ​ຄະ​ເນ​ວ່າຜົນ​ເອົາ​ປະຊາ​ມະຕິ​ທາງ​ການຈະ​ປະກາດ​ພາຍ​ໃນ​ອາ​ທິດນີ້.

ມື້​ດຽວ​ກັນ,​​ຢູ່ໃກ້​ໂຮງ​ແຮມ​ປາ​ແລັດ​ສະຕິ​ດທີ່​ຕັ້ງ​ຢູ່​​ແບກ​ແດດ ນະຄອນຫລວງ​ ​ອີຣັກ​​ໄດ້​ເກີດ3​ເຫດການລະ​ເບີດ​ແຕກ​ແຮງຢ່າງ​ຕໍ່​ເນື່ອງ​,​ເຮັດ​​ໃຫ້20ຄົນ​ເສຍ​ຊີວິດ​.