ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-26 10:58:19    
ການ​ສົ່ງ​ອອກ​ຊີ້ນ​ສັດ​ປີກ​ຂອງ​ໄທ​ບໍ່​ໄດ້​ຖືກ​ກະ​ທົບ​ກະ​ເທືອນ​ຍ້ອນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ

cri Author: da
ຕາມ​ຂ່າວ​CRI: ວັນ​ທີ 25 ຕຸລາ ຂ່າວ​ສານ​ໄທ​ລາຍ​ງານ​ວ່າ, ປະຈຸ​ບັນ ການ​ສົ່ງ​ອອກ​ຊີ້ນ​ສັດ​ປີກ​ຂອງ​ໄທ​ບໍ່​ໄດ້​ຖືກ​ກະທົບ​ກະ​ເທືອ​ນຍ້ອນ​ພະຍາດ​ໄຂ້ຫວັດ​ສັດ​ປີກ.

ມື້​ດຽວ​ກັນ ທ່ານ​ນາງ​ຊາ​ວີ​ວັນ ຄຳ​ປາ ຜູ້​ຮັບຜິດ​ຊອບ​ສະມາ​ຄົມ​ລ້ຽງ​ໄກ່​ຫຼວງ​ແຫ່ງ​ປະ​ເທດໄທ​ກ່າວ​ວ່າ,​ຫວ່າງ​ມໍ່ໆ​ນີ້ ປະລິ​ມານ​ຜະລິດ​ແລະ​ຂາຍ​ຊີ້ນ​ໄກ່​ຂອງ​ສະມາຄົມ​ດັ່ງ​ກ່າວ​ຍັງ​ຮັກສາ​ຢູ່​ໃນ​ລະດັບ​ເກົ່າ. ທ່ານ​ນາງ​ເຫັນ​ວ່າ,ນີ້​ຕົ້ນຕໍ​ແມ່ນ​ຍ້ອນ​ວ່າ ​ໄທ​ເຄີຍ​​ເກີດ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​​ເທື່ອ​ໜຶ່ງໃນ​ເມື່ອ​ກ່ອນ​ແລ້ວ,ມີ​ບົດຮຽນ​ຂ້ອນ​ຂ້າງ​ຫຼາຍ​ໃນ​ການ​ປ້ອງ​ກັນ​ແລະ​ປີ່​ນປົວ,​ສະນັ້ນ ຈຶ່ງ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ເທດ​ນຳ​​ເຂົ້າ​ຊີ້ນ​ໄກ່.