ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-27 20:51:28    
ກອງ​ທະຫາ​ນອິສລາ​ແອນ​ກໍ່​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢ່າງ​ຂະຫນາດ​ໃຫຍ່​ຢູ່​ແຖບ​ກາຊາ

cri
ຕາມ​ຂ່າວCRI ,ຕອນ​ເຊົ້າ​ມືດວັນ​ທີ 27 ຕຸລາ, ກອງ​ທະຫານ​ອິສລາ​ແອນ​ໄດ້​ດຳ​ເນີນ​ການ​ຫຼອນ​ໂຈມ​ຕີ​ທາງ​ອາກາດຢູ່​ເຂດ​ພາກ​ເຫນືອ​​​​ແຖບ​ກາຊາ,ປະຈຸ​ບັນ​ຍັງ​​ມີ​ຂ່າວ​ກ່ຽວ​ກັບ​​ຜູ່ເສຍ​ຊີວິດ​ແລະ​ບາດ​ເຈັບ​.

ການ​ຫຼອນ​​ໂຈມ​ຕີ​ທາງ​ອາກາດ​​ເທື່ອ​ນີ້​ແມ່ນ​ພາກສ່ວນ​ຫນຶ່ງ​ຂອງ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ ຫານ​ຂະຫນາດ​​ໃຫຍ່​ຂອງກອງ​ທະຫານ​ອິສລາ​ແອນ.ຕອນ​ຄ່ຳ​ວັນ​ທີ 26 ຕຸລາ,ອິສລາ​ແອນ​ໄດ້​ອະນຸຍາດ​ໃຫ້​ໂຈມ​ຕີ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ພວກ​ປະກອບ​ອາວຸດ​ປາ​ເລັສຕີນ​ຢູ່​​ຝັ່ງ​ຕາ​ເວັນ​ຕົກ​​ແມ່​ນ້ຳ​ຈໍ​ແດນແລະ​ແຖບ​ກາ​ຊາຢ່າງ​ຂະ​ຫນາດ​ໃຫຍ່,​ເພື່ອ​​ແກ້ແຄ້ນ​ການ​ຫຼອນ​ໂຈມ​ຕີ​ດ້ວຍລະ​ເບີດ​ແບບ​ສະຫຼະ​ຊີບ​ຢູ່​ເມືອງ​ຮາ​​ເດລາ   ​ເມືອງ​ແຄມ​ທະ​ເລຢູ່​ພາກ​ເຫນືອ​ອິສລາ​ແອນ​ໃນ​ວັນ​ທີ 26 ຕຸລາ.

ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ຕົ້ນຕໍ​ດຳ​ເນີນ​ຢູ່​ເຂດ​ພາກ​ເຫນືອແຖບ​ກາຊາ​ແລະ​​​ເຂດພາກ​ເຫນືອ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,​ເປົ້າ​ຫມາຍ​ສຳຄັນ​ກວ່າ​ເພິ່ນແມ່ນສະມາຊິກ​ອົງການອິສລາ​ມິກຈີ​ຮາດປາ​ເລັສຕີນ