ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-29 20:46:17    
ທ່ານຫູ​ຈີ​ນທາວ​ພົບ​ປະ​ທ່າ​ນກິມ ຢົງ​ນາມປະທາ​ນຄະນະ​​ປະຈຳ​ສະພາ​ປະຊາຊົນ​ສູງ​ສຸດສ.ປ.ປ.​ເກົາຫຼີ

cri

ຕາມ​ຂ່າວcri:ວັນ​ທີ29​ຕຸລາ,ທ່ານ​ຫູ​ຈີນ​ທາ​ວ​ເລ​ຂາ​ທິການ​ໃຫຍ່​ສູ​ນກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່າ​ນກິມ ຢົງ​ນາມ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ສູງ​ສຸດສ.ປ.ປ.​ເກົາ​ຫຼີຢູ່​ທີ່​ພຽງ​ຢາງ.

ທ່ານ​ຫູ​ຈີນ​ທາວ​ເວົ້າ​ວ່າ,ພາຍ​ໃຕ້​ສະຖານະ​ການ​ໃໝ່,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ພັກ ລັດຖະ​ບານ​ແລະ​ປະຊາ​ຊົນ​ສ.ປ.ປ.​ເກົາ​ຫຼີ​ສຶບຕໍ່​ທຳ​ຄວາມພະ​ຍາຍາມ,ຊຸກ​ຍູ້​ການ​ພົວພັນ​ໄມ​ຕິ​ຈິດ​ຮ່ວມ​ມື​​​ລະ​ຫວ່າງ​ຈີນ​ກັບສ.ປ.ປ.​ເກົາຫຼີ​​ໄປ​ສູ່ລະດັບ​ສູງ​​ກວ່າເກົ່າ​,ສ້າງ​ຄວາມ​ສຸກ​ໃຫ້​​ແກ່ປະ​ຊາຊົນ​ສອງ​ຊາດ.

ທ່ານ​ຫູ​ຈີນ​ທາວ​ຊີ້​ອອກ​ວ່າ,​ໃນຫຼາຍ​ປີ​ມາ​ນີ້,ການ​​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ຈີນ​ກັບ​ສ.ປ.ປ.​ເກົາຫຼີ​ໄດ້​ຮັບ​ໝາກ​ຜົນ​ທີ່​ອຸດົມ​ສົມບູນ.ຝ່າຍ​ຈີນ​ຍິນ​ດີ​ສື​ບຕໍ່​ອີງ​ຕາມ​ຫຼັກ​ການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະພ້ອມ​ກັນ​ພັດທະ​ນາ,ສົ່ງ​ເສີມ​ແລະ​ສະໜັບ​ສະໜູນ​ວິ​ສາ​ຫະກິດ​ຈີນກັບວິ​ສາ​ຫະກິດສ.ປ.ປ.​ເກົາຫຼີ​ດຳ​ເນີນ​ການ​ລົງ​ທຶນຮ່ວມ​ມືກັນ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ.

ທ່ານ​ກິມ ຢົງນາມ​ເວົ້າ​ວ່າ,ການ​ຢ້ຽມຢາມ​ຂອງທ່ານ​ເລຂາ​ທິການ​ໃຫຍ່ຫູ​ຈີນ​ທາວຍ່ອມ​ຈະຂຽນ​ໜ້າໃໝ່​ໃນ​ປະ​ຫວັດ​ການ​ພົວພັນ​ໄມ​ຕິ​ຈິດ​​ຮ່ວມມື​ລະຫວ່າງ​ສ.ປ.ປ.​ເກົາ​ຫຼີກັບ​ຈີນີ​ອັນ​ມີ​ມູນ​ເຊື້ອ.ຝ່າຍສ.ປ.ປ.​ເກົາຫຼີຈະ​ເກາະ​ແຂນ​ກັບ​ຝ່າຍຈີນ​ທຳ​ຄວາມ​ພະຍາ​ຍາມ,​ເພີ່ມ​ທະວີ​ມິດຕະ​ພາບ​ອັນ​ມີ​ມູນ​ເຊື້ອ​ລະຫວ່າງ​ສ.ປ.ປ.​ເກົາ​ຫຼີກັບ​ຈີນ,ອີງ​ຕາມ​ຫຼັກການ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຜົນ,​ໃຊ້​ມາດ​ຕະການ​ຢ່າງ​ແຂງ​ແຮງ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ມື້​ດຽວ​ກັນ,ທ່ານ​ຫູ​ຈີນ​ທາວ​ຍັງ​​ໄດ້ໄປ​ຢ້ຽມຢາມ​​ໂຮງງານ​ຜະລິດ​ແກ້ວ​ມີດ​ຕະພາບ​ເດ​ອານ​ຈີນ​ສ.ປ.ປ.​ເກົາຫຼີ​ທີ່​ຈີນ​ຊ່ອຍ​ສ້າງ​ໂດຍ​ມີ​ທ່ານ​ກິມຈົງ​ອີ​ມ​ເລ​ຂາ​ທິການ​ໃຫຍ​ພັກ​ແຮງ​ງານ​ເກົາຫຼີ​ເປັນ​ເພື່ອນ.