ຕາມຂ່າວcri:ວັນທີ29ຕຸລາ,ຕາມສື່ມວນຊົນໄທລາຍງານວ່າ,ພາກເໜືອຂອງໄທໄດ້ປະກົດມີອີກສອງຄົນຖືກສົງໄສເປັນໄຂ້ຫວັດສັດປີກ.
ມື້ດຽວກັນ,ຂ່າວສານໄທລາຍງານວ່າ,ວັນທີ26ຕຸລາ,ຈັງຫວັດຊຽງລາຍໄດ້ຮັບປົວຜູ່ຊາຍຜູ່ໜຶ່ງທີ່ເຄິຍສຳຜັດກັບໄກ່ຕາຍທີ່ບໍ່ຮູ້ສາເຫດ,ດຽນນີ້,ຜູ່ຊາຍຜູ່ນີ້ໄດ້ຖືກສົງໄສຕິດເຊື້ອພະຍາດໄຂ້ຫວັດສັດປີກ.ນອກນີ້,ຫວ່າງມໍ່ໆນີ້,ຜູ່ຊາຍຜູ່ໜຶ່ງຢູ່ຈັງຫວັດພິຊິດຫຼັງຈາກໄດ້ກິນໄກ່ທີ່ຄອບຄົວຕົນລ້ຽງນັ້ນແລ້ວ,ກໍ່ຮູ້ສຶກບໍ່ສະບາຍ,ທ່ານໝໍໄດ້ສົງໄສເຂົາກໍ່ໄດ້ຕິດເຊື້ອພະຍາດໄຂ້ຫວັດສັດປີກ,ແຕ່ຕ້ອງຖ້າຮອດວັນທີ31ຕຸລາຈິ່ງບົ່ງມະຕິໄດ້.
ນອກນີ້,ຂ່າວແຈ້ງວ່າ,ເດັກູຊາຍສອງຄົນຂອງຈັງຫວັດພິຊິດທີ່ຖືກສົງໄສຕິດເຊື້ອພະຍາດໄຂ້ຫວັດສັດປີກໃນວັນທີ26ຕຸລາ,ໄດ້ບົ່ງມະຕິແລ້ວວ່າພຽງແຕ່ເປັນໄຂ້ຫວັດທຳມະດາເທົ່ານັ້ນ.
|