|
 |
(GMT+08:00)
2005-11-01 20:53:13
|
ກອງປະຊຸມສຸດຍອດກ່ຽວກັບຍຸດທະສາດຮ່ວມມືເສດຖະກິດແມ່ນ້ຳສາມສາຍໄຂຂຶ້ນຢູ່ໄທ
cri
Author: li
ຕາມຂ່າວສານຊິນຮວາ: ກອງປະຊຸມສຸດຍອດກ່ຽວກັບຍຸດທະສາດຮ່ວມມືເສດຖະກິດແມ່ນ້ຳອິຣາວັດທີ,ແມ່ນ້ຳເຈົ້າພະຍາແລະແມ່ນ້ຳຂອງຄັ້ງທີສອງໄດ້ໄຂຂຶ້ນຢູ່ບາງກອກ ນະຄອນຫຼວງຂອງໄທໃນວັນທີ 1 ພະຈິກ. ຜູ້ນຳ 5 ປະເທດຄືມຽນມາ,ກຳປູເຈຍ,ຫວຽດນາມ,ລາວແລະໄທໄດ້ເຕົ້າໂຮມກັນຢູ່ບາງກອກ,ພ້ອມກັນຫາລືບັນຫາຮ່ວມມືເສດຖະກິດໃນອະນຸພາກພື້ນ. ກອງປະຊຸມເທື່ອນີ້ຍັງຈະປຶກສາຫາລືກັນກ່ຽວກັບການເປີດກວ້າງການຮ່ວມມືໃນຂອບເຂດອະນຸພາກພື້ນໃນອະນາຄົດ.
ກ່ອນໜ້ານີ້ ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີໄທເຄີຍກ່າວວ່າ,ບັນຫາໄຂ້ຫວັດສັດປີກກໍຈະຖືກຈັດເຂົ້າໃນຫົວຂໍ້ຫາລືສຳຄັນຂອງກອງປະຊຸມສຸດຍອດຄັ້ງນີ້.
|
|
|