ຕາມຂ່າວສານຊິນຮວາ:ຕອນຄ່ຳວັນທີ2ພະຈິກ,ເມືອງນາຣາທິວາດພາກໃຕ້ຂອງໄທໄດ້ເກີດເຫດການລະເບີດຕໍ່ເນື່ອງກັນ.ລູກລະເບີດ8ລູກໄດ້ລະເບີດຂຶ້ນເກືອບພ້ອມກັນ,ເຮັດໃຫ້ເມືອງດັ່ງກ່າວໄຟ້ຟ້າຂາດໃນຂອບເຂດກວ້າງຂວາງ.
ຕາມສື່ມວນຊົນໄທລາຍງານວ່າ,ຜູ່ປະກອບອາວຸດທີ່ບໍ່ຮູ້ຖານະ,ຢ່າງໜ້ອຍໄດ້ຈັດວາງລູກລະເບີດ10ລູກຂຶ້ນໄປຢູ່ເມືອງນາຣາທິວາດ,ໃນນັ້ນມີ8ລູກໄດ້ລະເບີດແລ້ວ,ອີກ2ລູກຖືກຝ່າຍທະຫານຈູດໃຫ້ລະເບີດຢ່າງປອດໄພ.
ປະຈຸບັນ,ຕຳຫຼວດທະຫານໄທ,ຍັງຊອກຫາລະເບີດທີ່ອາດຈະຖືກເຊື່ອງໄວ້ຢູ່.
ສື່ມວນຊົນທ້ອງຖິ່ນເຫັນວ່າ, ມັນເດັ່ນຊັດແລ້ວວ່າການກະທຳຂອງຜູ່ປະກອບອາວຸດແມ່ນຢາກທຳລາຍສິ່ງກໍ່ສ້າງສາທາລະນະໃນເມືອງນາຣາທິວາດ.ຝ່າຍທະຫານພາກໃຕ້ຂອງໄທລາຍງານວ່າ,ໄດ້ມີຜູ່ຕ້ອງຫາ3ຄົນຖືກຈັບແລ້ວ.
|