ຕາມຂ່າວຈາກໜັງສືພິມຢຸນນານຢື້ເປົ້າ: ຕອນເຊົ້າວັນທີ 2 ພະຈິກ, ງານຊື້ຂາຍສິນຄ້າສາກົນຫວຽດນາມຈີນປີ 2005 ທີ່ຈະດຳເນີນເປັນເວລາ 4 ມື້ໄດ້ໄຂຂຶ້ນຢູ່ແຂວງເລົ່າກ່າຍຂອງຫວຽດນາມ.
ຕາມໄດ້ຊາບ, ແຕ່ເດືອນມັງກອນຮອດເດືອນກັນຍາປີນີ້, ມູນຄ່າການຄ້າຂອງແຂວງຢຸນນານທີ່ຜ່ານດ່ານເຫີໂຄວ-ເລົ່າກ່າຍໄດ້ມີ3300ລ້ານໂດລາສະຫະລັດ, ສິນຄ້າຂາເຂົ້າຂາອອກມີ1ລ້ານ2ໝື່ນ8ພັນ9ຮ້ອຍ26ໂຕນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍຂ້ອນຂ້າງຫຼາຍ.
|