ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-05 18:26:05    
ທ່ານ​​ໂງ​ຈົກ​ຕົງ​ເຫັນ​ວ່າ ຍີ່ປຸ່ນ​ຄວນ​ຮຽນນຳ​ເຢຍລະ​ມັນ​ໃນ​ບັນຫາ​ສົງຄາມ​ໂລກ​ຄັ້ງທີ 2

cri Author: da
 ຕາມ​ຂ່າວ​ສານ​ຊິນ​ຮວາ: ຫວ່າງ​ມໍ່​ໆ​ນີ້ ​ໃນ​ເວ​ລາ​ຕ້ອນຮັບ​ການ​ເຂົ້າສຳ​ພາດ​ຂອງ​"ໜັງສື​ພິມ​ອາຊາ​ຮີ​ ຊີ​ມບຸນ"ຂອງ​ຍີ່ປຸ່ນ,​ທ່ານ​​ໂງ​ຈົກ​ຕົງ ລັດຖະ​ບຸລຸດ​ອາວຸ​ໂສ​ຂອງ​ສິງກະ​ໂປ​ກ່າວ​ວ່າ,​ເຢຍລະ​ມັນ​ໄດ້​ຮັບຮູ້​ຄວາມ​ຜິດ​ພາດ​ຢ່າງ​ເປີດ​ເຜີຍ​ແລະ​ໃຊ້​ການ​ກະທຳ​ອັນ​ຈຳ​ເປັນ​ດ້ວຍ​ຮູບ​ການ"ຊຳລະ​ເລື່ອງ​ອະ​ດີດຕະ​ການ​ໃຫ້​ສະອາດ"​ໃນ​ບັນຫາ​ສົງ​ຄາມ,​ໄດ້​ເຮັດ​ເຖິງ​ຂັ້ນກິລິຍາ​ກັບ​ວາຈາ​ກົງກັນ. ​ໃນ​ການ​ປະຕິບັດ​ຕໍ່​ບັນຫາ​ສົງຄາມ​ແນວ​ໃດ​ນັ້ນ, ຍີ່ປຸ່ນ​ຄວນ​ຽນ​ນຳ​ເຢຍລະ​ມັນ.

"ໜັງ​ສືພິມ​ລຽນ​ເຫີ​ຈາວ​ຢ້າວ"ຂອງ​ສິງກະ​ໂປ​ສະບັບ​ວັນ​ທີ 5 ພະຈິກ​ລາຍ​ງານ​ວ່າ,ທ່ານ​​ໂງ​ຈົກ​ຕົງ​ເວົ້າວ່າ,​ເຖິງ​ວ່າ​ທ່ານ​ໂຄ​ອີ​ຈູ​ມີ ຈູ​ນີຊີ​ໂລ ນາຍົກ​ລັດຖະ​ມົນຕີ​ຍີ່ປຸ່ນ​ໄດ້​ປ່ຽນ​ແປງ​ຮູບ​ການ​ນະມັດ​ສະ​ການ​ວັດ​ຢາ​ຊູ​ຄູ​ນີ​ໃນ​ຫວ່າງ​ມໍ່ໆ​ນີ້ກໍ​ຕາມ,​ແຕ່​ທ່ານ​ຄວນ​ຄາດ​ຄະ​ເນ​ປະຕິກິ​ລິຍາ​ຂອງປະ​ເທດ​ອື່ນໆ ​ໂດຍ​ສະ​ເພາະ​ແມ່ນ​ຈີນ​ແລະ​ສ.​ເກົາຫຼີ.