ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-09 17:40:21    
ທ່ານ​ບຸ​ສຢ້ຳວ່າ​ ອາ​ເມ​ລິ​ກາ​ຍຶດ​ໝັ້ນ​ຫຼັກ​ການ​ຈີນ​ດຽວ

cri Author: da
ຕາມ​ຂ່າວCRI:ວັນ​ທີ 8 ພະ​ຈິກ ຢູ່​ວໍ​ຊິງ​ຕັນ,ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ຕ້ອນຮັບ​ການ​​ເຂົ້າສຳພາດ​ພິ​ເສດ​ຂອງ​ນັກ​ຂ່າວ​ໂທລະພາບ​ດາວ​ທຽມ​ຟອງ​ຫວງຮົງ​ກົງ​​ເນື່ອງ​ໃນ​ໂອກາດ​ທ່ານຈະ​ຢ້ຽມຢາມ​ຈີນ​ໃນ​ກາງ​ເດືອນ​ພະຈິກ.

​ໃນ​ເວລາ​ສຳພາດ,ທ່ານ​ບຸ​ສ​ເວົ້າວ່າ,​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ ທ່ານ​ຈະກ່າວຢ້ຳວ່າ,ອາ​ເມ​ລິ​ກາ​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ​ແລະ​ປະກາດ​​ແຈ້ງ​ການ​ຮ່ວມ​ 3 ສະບັບ,ອາ​ເມ​ລິ​ກາ​ບໍ່ສະໜັບສະໜູນ​ໄຕ້​ຫວັນ​ເປັນ​ເອກະລາດ,​ແຕ່​ພ້ອມ​ກັນນັ້ນ ອາ​ເມ​ລິ​ກາຈະ​ໂຄລົບ"ກົດໝາຍວ່າ​ດ້ວຍການ​ພົວພັນກັບ​ໄຕ້​ຫວັນ".

ທ່ານ​ຍັງ​ເວົ້າວ່າ,ຫວັງ​ໃຫ້​ທັງ​ສອງ​ຝ່າຍ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ສອງ​ຝ່າຍ​ທີ່​ສົນ​ໃຈ​ນຳ​ກັນ​ເຊັ່ນ ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ ບັນຫາ​ນິວ​ເຄຼຍອີຣານ ​ແລະ​ການ​ຄ້າ​ລະຫວ່າງ​ຈີນ​​ອາ​ເມ​ລິ​ກາ​ເປັນຕົ້ນ.

ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ຈະ​ຢ້ຽມຢາມ​ຈີນ​ໃນ​ວັນ​ທີ 19 ພະ​ຈິກ​ເປັນຕົ້ນ​ໄປ.