ຄະນະລັດຖະບານອິນໂດເນເຊຍຫາລືບັນຫາປ້ອງກັນແລະຄວບຄຸມໄຂ້ຫວັດສັດປີກ
cri
Author: mo
ຕາມຂ່າວຈາກໜັງສືພິມເຢິນມິນຢື້ປ້າວ: ວັນທີ 14 ພະຈິກ, ຢູ່ທຳນຽບປະທານາທິບໍດີ, ທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍໄດ້ຮຽກໄຂກອງປະຊຸມຄະນະລັດຖະບານ, ຫາລືບັນຫາປ້ອງກັນແລະຄວບຄຸມໄຂ້ຫວັດສັດປີກ. ໃນເວລາພົບປະນັກຂ່າວຫລັງກອງປະຊຸມ, ທ່ານກ່າວວ່າ, ລັດຖະບານຈະໃຊ້ມາດຕະການທີ່ຈຳເປັນ, ປ້ອງກັນແລະຄວບຄຸມໄຂ້ຫວັດສັດປີກ.
ທ່ານຊູຊີໂລປະກາດວ່າ, ຢູ່ອິນໂດເນເຊຍ, ຜູ້ຕິດແປດເປັນໄຂ້ຫວັດສັດປີກທີ່ບົ່ງມະຕິແລ້ວ ໄດ້ເພີ່ມຂຶ້ນຮອດ 11 ຄົນ, ໃນນັ້ນ, 7 ຄົນເສຍຊີວິດ. ຕົວເລກດັ່ງກ່າວນີ້ສູງກວ່າຕົວເລກ 5 ຄົນທີ່ອົງການອະນາໄມໂລກຢືນຢັນກ່ອນໜ້ານີ້. ທ່ານຊູຊີໂລກ່າວວ່າ, ລັດຖະບານຈະພິຈາລະນາງົບປະມານຄືນໃໝ່, ເພື່ອຄວບຄຸມບໍ່ໃຫ້ໄຂ້ຫວັດສັດປີກແຜ່ລະບາດຢ່າງແຂງແຮງກວ່າເກົ່າ.
|
|