ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-16 14:14:58    
ອິສຣາ​ແອນ​ກັບປາ​ເລັສຕິນ​ໄດ້​ເຊັນ​ສັນຍາ​ກ່ຽວ​ກັບ​ບັນຫາ​ເປີດ​ຊາຍ​ແດນ​ແຖບ​ກາຊາ

cri

ຕາມ​ຂ່າວCRI: ວັນ​ທີ 15 ພະຈິກ, ທ່ານ​ນາງ​ໄລ​ສ໌ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ພວມ​ຢ້ຽມຢາມ​ອິສຣາ​ແອນ​ປະກາດ​ວ່າ, ອິສຣາ​ແອນ​ກັບປາ​ເລັສຕິນ​ໄດ້​ເຊັນ​ສັນຍາ​ກ່ຽວ​ກັບ​ບັນຫາ​ເປີດ​ຊາຍ​ແດນ​​ແຖບ​ກາຊາ.

​ຕາມ​ສັນຍາສະບັບ​ນີ້, ດ່ານຊາຍ​ແດນຣາຟາ​ທີ່​ຕັ້ງ​ຢູ່ລະຫວ່າງ​ແຖບ​ກາຊາ​ກັບ​ເອຢິບ​ຈະ​ເປີດ​ບໍລິການ​ໃນ​ວັນ​ທີ 25 ພະຈິກ, ຊາວ​ປາ​ເລັສຕິນຢູ່​ແຖບ​ກາຊາ​ຈະ​​ສາມາ​ດເຂົ້າ​ອອກ​ຢ່າງ​ເສລີ.

ວັນ​ທີ 15 ພະຈິກ, ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ໂຄສົກອອກ​ຖະ​ແຫຼ​ງການ​, ​ຊົມ​ເຊີຍ​ອິສຣາ​ແອນ​ກັບ​ປາ​ເລັສຕິນ​ເຊັນ​ສັນຍາ​ກ່ຽວ​ກັບ​ເປີດ​ດ່ານ​ຣາຟາ​ທີ່ຢູ່​ຊາຍ​ແດນ​ລະຫວ່າງແຖບ​ກາຊາ​ກັບ​ເອຢິບ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ວັນ​ທີ 15 ພະຈິກ, ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນກ່າວ​ວ່າ, ທ່ານ​ເຊື່ນ​ວ່າ​ປາ​ເລັສຕິນກັບ​ອິສຣາ​ແອນ​ມີ​​ເຊັນສັນຍາ​ສັນຕິພາບ​ແມ່ນ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້. ຖ້າ​ຝ່າຍ​ອິສຣາ​ແອນ​ຍິນ​ດີເຈລະຈາ​ກັບປາ​ເລັສຕິນ​​ແລ້​ວ, ປາ​ເລັສຕິນກັບ​ອິສຣາ​ແອນ​ກໍ​ຈະ​ໄດ້ເຊັນ​ສັນຍາ​ສັນຕິພາບ​ຕ້ອງການ​ເວລາ​ເຄິ່ງປີ​ເທົ່າ​ນັ້ນ.