ເຫດການຍິງປືນຢູ່ພາກໃຕ້ໄທເຮັດໃຫ້ 9 ຄົນເສຍຊີວິດ
cri
ຕາມຂ່າວສານຊິນຮວາ: ຕອນຂ້ອນແຈ້ງວັນທີ 16 ພະຈິກ, ຈັງຫວັດນະລາທີວາດທີ່ຢູ່ພາກໃຕ້ຂອງໄທເກີດເຫດການການຍິງປືນອີກ, ເຮັດໃຫ້ຊາວບ້ານ 9 ຄົນເສຍຊີວິດແລະ 9 ຄົນບາດເຈັບ.
ແຕ່ເດືອນມັງກອນປີກາຍເປັນຕົ້ນມາ, ພາກໃຕ້ຂອງໄທໄດ້ເກີດເຫດການລະເບີດແລະຍິງປືນຢ່າງບໍ່ຂາດສາຍ, ນັບມາຮອດປະຈຸບັນ, ໄດ້ເຮັດໃຫ້ 1000 ກວ່າຄົນເສຍຊີວິດແລ້ວ. ວັນທີ 15 ກໍລະກົດປີນີ້, ລັດຖະບານໄທໄດ້ຕົກລົງປະຕິບັດກົດໝາຍສະພາວະສຸກເສີນຢູ່ສາມຈັງຫວັດພາກໃຕ້ຂອງໄທ, ແຕ່ນັບມາຮອດປະຈຸບັນ, ຮັບຜົນບໍ່ຫຼາຍປານໃດ.
|
|