|
 |
(GMT+08:00)
2005-11-16 17:47:39
|
 |
ທ່ານຕັນສເວ ປະທານຄະນະກຳມະການສັນຕິພາບກັບການພັດທະນາແຫ່ງຊາດມຽນມາພົບປະທ່ານວາງຈ້າວໂກ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 16 ພະຈິກ ຢູ່ທີ່ຢາງກຸງ ທ່ານພົນເອກຕັນສເວ ປະທານຄະນະກຳມະການສັນຕິພາບແລະການພັດທະນາແຫ່ງຊາດມຽນມາໄດ້ພົບປະທ່ານວາງຈ້າວໂກ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນທີ່ໄປຢ້ຽມຢາມ.
ທ່ານວາງຈ້າວໂກເວົ້າວ່າ, ແຕ່ຈີນມຽນມາສ້າງສາຍສຳພັນການທູດ 55 ປີມານີ້, ການພົວພັນຈີນມຽນມາທີ່ສ້າງຂຶ້ນບົນພື້ນຖານຫລັກ 5 ປະການຢູ່ຮ່ວມກັນໂດຍສັນຕິໄດ້ຮັກສາທ່ວງທ່າຂະຫຍາຍຕົວເປັນຢ່າງດີຕະຫລອດມາ. ການແລກປ່ຽນແລະການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆເຊັ່ນ ການເມືອງ ເສດຖະກິດແລະວັດທະນະທຳເປັນຕົ້ນໄດ້ຂະຫຍາຍກວ້າງອອກຢ່າງບໍ່ຢຸດຢັ້ງ. ທ່ານກ່າວເນັ້ນວ່າ, ຈີນໄດ້ປະຕິບັດທິດທາງການຕ່າງປະເທດທີ່ມີໄມຕີຈິດກັບປະເທດໃກ້ຄຽງ, ແລະຖືປະເທດໃກ້ຄຽງເປັນເພື່ອນ, ຍິນດີຂະຫຍາຍການພົວພັນຮ່ວມມືດ້ວຍໄມຕີຈິດທີ່ເປັນເພື່ອນບ້ານໃກ້ຄຽງກັບມຽນມາແຕ່ຕົ້ນຕະຫລອດປາຍ, ປັບປຸງມິດຕະພາບອັນມີມູນເຊື້ອ, ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະແຫວງຫາການພ້ອມກັນພັດທະນາ.
ທ່ານຕັນສເວເວົ້າວ່າ, ປະຊາຊົນມຽນມາແລະຈີນມີໄມຕີຈິດມິດຕະພາບຍາວນານ. ຝ່າຍມຽນມາຖືຈີນເປັນເພື່ອນທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ. ການປັບປຸງແລະຂະຫຍາຍການພົວພັນຮ່ວມມືດ້ວຍໄມຕີຈິດທຸກເຊັ່ນຄົນລະຫວ່າງມຽນມາຈີນມີຖານະບູລິມະສິດໃນນະໂຍບາຍຕໍ່ຕ່າງປະເທດຂອງມຽນມາ. ທ່ານກ່າວເນັ້ນວ່າ, ມຽນມາຈະສືບຕໍ່ຍຶດໝັ້ນນະໂຍບາຍຈີນດຽວ, ຄັດຄ້ານໄຕ້ຫວັນເປັນເອກະລາດ.
|
|
|