ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-18 19:45:58    
ສະມາຊິກ​ສະພາ​ອາວຸ​ໂສ​ຂອງ​ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ລັດ​ຖະ​ບານ​ຖອນ​ທະ​ຫານ​ອອກ​ຈາກ​ອີຣັກ​ໃນ​ທັນທີ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 17 ພະຈິກ, ທ່ານ​ຈອນ ມູຊາ ສະມາຊິກສະພາ ຕ່ຳ​​ຜູ້​ອາວຸ​ໂສຂອງພັກ​ປະຊາ​ທິປະ​ໄຕ​ອາ​ເມ​ລິ​ກາ​ກ່າວ​ວ່າ, ກອງທະຫານອາ​ເມ​ລິ​ກາ​ທີ່ປະຈຳ​ຢູ່ອີຣັກ​ໄດ້​ສຳ​ເລັດ​ໜ້າ​ທີ່​ຕາມ​ການມອບ​ໝາຍ​ແລ້ວ, ດຽວ​ນີ້, ຄວນ​ຖອນ​ພວກ​ເຂົາ​ເຈົ້າອອກ​ຈາກ​ອີຣັກ​ໃນ​ທັນ​ທີ. ທ່ານ​ເວົ້າວ່າ, ປັດຈຸບັນ​ແມ່ນ​ເວລາສຳລັບ​ອາ​ເມ​ລິ​ກາ​ປ່ຽນ​ແປງ​ທິດທາງ​ແລ້ວ.

ທ່ານ​ຈອນ ມູຊາ​ເວົ້າວ່າ, ທະຫານ​ອາ​ເມ​ລິ​ກາ​ທີ່​ປະຈຳ​ຢູ່ອີຣັກ​ໄດ້​ສຳ​ເລັດ​ໜ້າ​ທີ່, ​​ທັງ​​ຈັບໄດ້​​ທ່ານ​ຊາ​ດາມ​ແລ້ວ, ​ແຕ່​ປັດຈຸບັນ, ພວກ​ເຂົາ​ເຈົ້າພັດ​ກາຍ​ເປັນ​ເປົ້າໝາຍ​ຕົ້ນຕໍ​​ແຫ່ງ​ການ​ໂຈມ​ຕີ​ຂອງກຳລັງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ, ກາຍ​ເປັນ​ຢາ​​ເລັ່ງ​ຂອງ​ເຫດການກຳລັງ​​ຮຸນ​ແຮງຂອງ​ອີຣັກ.

ມື້​ດຽວ​ກັນ, ທ່ານ​ຈອນ ມູຊາ​ຍັງ​ໄດ້​ສະ​ເໜີ​ຍັດຕິທີ່ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຖອນ​ທະຫານ​ອອກ​ຈາກ​ອີຣັກ​ໃນ​ທັນທີໃຫ້​ລັດຖະສະພາ.