ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-21 18:42:59    
ທ່ານ​ຊາ​ຣອນ ສະ​ເໜີ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ຢ່າງ​ເປັນ​ທາງ​ການ​ຮຽກ​ຮ້ອງ​ໃຫ້​ຍຸບ​ລັດ​ຖະ​ສະ​ພາ​ແລະ​ຈັດ​ການ​ເລືອກ​ຕັ້ງ​ກ່ອນ​ເວລາ​ກຳ​ນົດ

cri
ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ 21 ພະຈິກ, ທ່ານ​ຊາ​ຣອນ ນາຍົກ​ລັດຖະ​ມົນຕີ​ອິສ​ຣາ​ແອນ​ໄດ້ໄປ​ທຳນຽບ​ປະທາ​ນາ​ທິ​ບໍ​ດີ, ສະ​ເໜີ​ຕໍ່​ທ່ານ​ຄາ​ຊາ​ຟ ປະທາ​ນາ​ທິ​ບໍດີ​ອິສຣາ​ແອນ​ຢ່າງ​ທາງ​ການ​ຮຽກຮ້ອງ​ໃຫ້​ຍຸບ​ລັດ​ຖະ​ສະ​ພາ, ຈັດ​ການ​ເລືອກ​ຕັ້ງ​ກ່ອນ​ເວລາ​ກຳນົດ.

ຂ່າວ​ແຈ້ງວ່າ, ຫຼັງຈາກ​ການ​ພົບ​ປະ, ທ່ານຄາ​ຊາ​ຟ​ເຜີຍ​ໃຫ້​ຮູ້​ວ່າ, ທ່ານ​ຊາຣອນສະ​ແດງ​ວ່າ ທ່ານ​ບໍ່​ສາມາດ​ປະຕິ​ບັດ​ຕຳ​ແໜ່ງ​ນາ​ຍົກ​ລັດຖະມົນ​ຕີ​ອີກ​ແລ້ວ. ທ່ານ​ຄາ​ຊາ​ຟ​ເວົ້າ​ວ່າ, ​ທ່ານຈະ​ເປິກສາ​ຫາລື​ກັບ​ຜູ້ນຳ​ພັກຝ່າຍ​ຕ່າງໆ​ກ່ຽວ​ກັບ​ເລື່ອງ​ນີ້​ໂດຍ​ໄວ. ທ່ານ​ຍັງ​ເວົ້າ​ວ່າ, ຄວນຈັດ​ການ​ເລືອກຕັ້ງ​​​ໂດຍ​ໄວ.

ຕາມ​ກົດໝາຍ​ອິສຣາແອນ, ທ່ານ​ຄາ​ຊາ​ຟຄວນທຳ​ການ​ຕົກລົງ​ຈະ​ຍຸບ​ລັດຖະ​ສະພາ​ຫຼືບໍ່​ພາຍ​ໃນ 21 ມື້. ​ເມື່ອ​ລັດຖະ​ສະພາ​ຖືກ​ຍຸບ, ອິດສຣາແອນ​ຈະ​ຕ້ອງ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​​ໄປ​ພາຍ​ໃນ 90 ມື້.