ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-22 16:04:30    
ປາ​​ເລັດ​ສະຕິ​ນກ່າວ​ເຕືອນອິສຣາ​ແອນ​ຢ່າ​​ໂຍນ​ວິ​ກິດ​ການ​ພາຍ​ໃນ​ໃຫ້​ຝ່າຍ​ປາ​ເລັດ​ສະຕິ​ນ

cri

ຕາມ​ຂ່າວcri:ວັນ​ທີ21 ພະຈິກ, ​ຢູ່​ລາມາ​ລາທ່ານ​ຟັດ​ທູ ປະທານ​ຄະນະ​ກຳ​ມະ​ການ​ນິຕິບັນຍັດ​ປາ​ເລັດ​ສະຕິ​ນ​ໄດ້​ໃຫ້​ສຳພາດ,ກ່າວ​ເຕືອນອິສຣາ​ແອນ​ຢ່າ​ສວຍ​ໂອກາດ​ທີ່​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ກ່ອນ​ເວລາ​ກຳ​ນົດ,​ໂຍນ​ວິ​ກິດ​ການ​ພາຍ​ໃນ​ໃຫ້​ຝ່າຍ​ປາ​ເລັດ​ສະຕິ​ນ.

ທ່ານຟັດ​ທູ​ກ່າວ​ວ່າ,ຝ່າຍ​ປາ​ເລັດ​ສະຕິ​ນ​ເປັນ​ຫ່ວງ​ວ່າ​ຍ້ອນ​ຄວາມ​ຕ້ອງການ​ຂອງ​ການ​ຕໍ່ສູ້​ທາງ​ການ​ເມືອງ​ຢູ່​ພາຍ​ໃນ,ອິສຣາ​ແອນ​ເພີ່ມທະວີ​ການ​​ໂຈມ​ຕີ​ ​ຝ່າຍ​ປາ​ເລັດ​ສະຕິ​ນທາງ​ການ​ທະຫານ,ສືບ​ຕໍ່​ຈັບ​ຕົວຢ່າງ​ຂະຫນາດ​ໃຫຍ່​ແລະ​ນຳ​ໃຊ້​ວິທີ​ທັບ​ມ້າງ​ຕາມ​ບ່ອນ​ກຳນົດ,ປະຕິບັດ​ນະ​ໂຍບາຍ"ລົງ​ໂທດ​ຮວມຫມູ່"ຕໍ່​ມວນ​ຊົນ​ປາ​ເລັດ​ສະຕິ​ນ.

ມື້​ດຽວ​ກັນ,ທ່ານ​ຊາ​ລອນ​ໄດ້​ສະ​ເຫ​ນີບົດ​ລາຍ​ງານ​ຖອນ​ອອກ​ຈາກພັກໃຫ້​ຄະນະ​ກຳມະການ​ສູນ​ກາງ​ກຸ່ມລີ​ຄຸດ​ຂອງ​ອິດສະ​ລາ​ແອນຢ່າງ​ເປັນ​ທາງ​ການ​.ທ່ານ​ຍັງ​ປະກາດ​ວ່າ​ຈະສ້າງຕັ້ງ"ພັກ​ຄວາມ​ຮັບຜິດ​ຊອບຂອງ​ຊາດ"(ຄືNational Responsibility),​ເພື່ອ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈະ​ຈັດ​ຂຶ້ນ​ກ່ອນ​​ເວລາກຳນົດ​ໃນ​ປີຫນ້າ.