ຕາມຂ່າວສານຊິນຮວາ:ວັນທີ23 ພະຈິກ,ກອງປະຊຸມຜູ້ແທນພັກປະຊາຊົນກຳປູເຈຍສະໄຫມວິສາມັນທີ່ດຳເນີນເປັນເວລາ3ມື້ໄດ້ອັດລົງຢູ່ພະນົມເປັນ,ກອງປະຊຸມຕົກລົງສະເຫນີທ່ານຮຸນແຊນ ຮອງປະທານພັກປະຊາຊົນກຳປູເຈຍ,ນາຍົກລັດຖະມົນຕີລັດຖະບານລາຊະອານາຈັກຊຸດປະຈຸບັນຂອງກຳປູເຈຍເປັນຜູ້ສະຫມັຫຮັບເລືອກຕັ້ງນາຍົກລັດຖະມົນຕີລັດຖະບານຊຸດຫນ້າ.
ມະຕິທີ່ກອງປະຊຸມຜ່ານຊີ້ອອກວ່າ,ສະຖານະການຂອງກຳປູເຈຍໃນສະເພາະຫນ້ານີ້ແມ່ນດີຫລາຍ,ນີ້ໄດ້ສ້າງພື້ນຖານອັນດີງາມໃຫ້ແກ່ການຈັດຕັ້ງປະຕິບັດໂຄງການການເມືອງຂອງພັກປະຊາຊົນກຳປູເຈຍແລະນະໂຍບາຍທຸກລາຍຂອງລັດຖະບານລາຊະອານາຈັກຕື່ມອີກ.ມະຕິຂຽນວ່າ,ພັກດັ່ງກ່າວສະຫນັບສະຫນູນລັດຖະບານລາຊະອານາຈັກທີ່ມີທ່ານຮຸນແຊນເປັນນາຍົກລັດຖະມົນຕີທຳຄວາມພະຍາຍາມທຸກຢ່າງເພື່ອສ້າງຊາຍແດນທີ່ຈະແຈ້ງ,ສັນຕິພາບ,ໄມຕີຈິດແລະຮ່ວມມືກັບປະເທດໃກ້ຄຽງບົນພື້ນຖານທີ່ຮັບປະກັນຜືນແຜ່ນດິນອັນຄົບຖ້ວນຂອງຊາດ.
ກຳປູເຈຍຈະຈັດການເລືອກຕັ້ງທົ່ວໄປໃນປີ2008.
|