ຕາມຂ່າວສານຊິນຮວາ: ຕອນຄ່ຳວັນທີ 24 ພະຈິກ,ງານລາຕີທີ່ມີຫົວຂໍ້ວ່າ "ລາຕີວັດທະນະທຳ" ແມ່ຍິງຈີນໄທທີ່ຈັດໂດຍສະຫະພັນແມ່ຍິງແຫ່ງຊາດຈີນແລະສະພາແມ່ຍິງແຫ່ງຊາດໄທໄດ້ຈັດຂຶ້ນຢູ່ບາງກອກ, ນີ້ແມ່ນການເຄື່ອນໄຫວໜຶ່ງຂອງແມ່ຍິງຈີນແລະໄທເພື່ອສະຫຼອງສອງປະເທດສ້າງສາຍສຳພັນ ທາງການທູດຄົບຮອບ 30 ປີ.
ສະເດັດລາຊະກຸມະລີມະຫາຈັກກຼີ ສິລິນທອນແຫ່ງປະເທດໄທ, ແລະທ່ານນາງກູ້ຊິ້ວລຽນ ປະທານສະຫະພັນແມ່ຍິງແຫ່ງຊາດຈີນໄດ້ເຂົ້າຮ່ວມງານລາຕີ.
ກ່ອນໄຂງານລາຕີ ທ່ານນາງກູ້ຊິ້ວລຽນກ່າວຄຳປາໄສວ່າ, ການເຄື່ອນໄຫວເທື່ອນີ້ຍ່ອມຈະເພີ່ມພະລັງແຮງໃໝ່ໃຫ້ແກ່ການແລກປ່ຽນແລະຮ່ວມມືລະຫວ່າງແມ່ຍິງສອງປະເທດ, ແລະຍ່ອມຈະຊຸກຍູ້ໃຫ້ການພົວພັນຂອງສອງປະເທດຂະຫຍາຍຕົວລົງສູ່ລວງເລິກ.
|