ຕາມຂ່າວສານຊິນຮວາ:ວັນທີ25ພະຈິກ,ກະຊວງສາທາລະນະສຸກກຳປູເຈຍແລະອົງການອະນາໄມໂລກໄດ້ອອກຖະແຫຼງການຮ່ວມຊີ້ອອກວ່າ,ປະຈຸບັນຍັງບໍ່ໄດ້ປະກົດເຫັນເຊື້ອໄຂ້ຫວັດສັດປີກພາຍໃນປະເທດກຳປູເຈຍເກີດມີການປ່ຽນແປງໃຫຍ່.
ຫວ່າງມໍ່ໆນີ້,ສື່ມວນຊົນກຳປູເຈຍຈຳນວນໜຶ່ງກ່າວວ່າ,ມີອົງການປິ່ນປົວໄດ້ປະກົດເຫັນເຊື້ອໄຂ້ຫວັດສັດປີກໃນຄົນກຳປູເຈຍທີ່ຕາຍຍ້ອນໄຂ້ຫວັດສັດປີກໃນຕົ້ນປີນີ້ໄດ້ປ່ຽນແປງແລ້ວ.
ໃນຖະແຫຼງການຂອງກະຊວງສາທາລະນະສຸກກຳປູເຈຍແລະອົງການອະນາໄມໂລກໄດ້ຢືນຢັນວ່າ,ເຊື້ອໄຂ້ຫວັດສັດປີກທີ່ເອົາມາຈາກຜູ້ຕາຍຜູ້ນີ້ພຽງແຕ່ໄດ້ເກີດການປ່ຽນແປງເລັກໜ້ອຍເທົ່ານັ້ນເຊິ່ງຢູ່ພາຍໃນຂອບເຂດປົກກະຕິ.
|