ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-28 11:56:54    
ສະ​ຫະ​ປະຊາ​ຊາດ​​ເຫັນ​ວ່າ ຈີນ​ສາ​ມາດ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ສະ​ຫັດ​ສະ​ວັດ​ທີ່​ໃຫ້​ຍິງ​ຊາຍ​ສະ​ເໝີ​ພາບ​ໃນ​ຂົງ​ເຂດ​ການ​ສຶກ​ສາ

cri

ຕາມ​ຂ່າວສານ​ຊິນ​ຮວາ:​ວັນ​ທີ27​ພະຈິກ,​ຢູ່​ທີ່​ປັກ​ກິ່ງ,ເຈົ້າ​ໜ້າ​ທີ່​ຊັ້ນ​ສູງຜູ້​ໜຶ່ງ​ຂອງກ​ອງທຶນ​ເດັກ​ນ້ອຍ​ສະຫະ​ປະຊາ​ຊາດ(ຄື​ອົງການ​ຢູນີ​ເຊັຟ)​ກ່າວ​ວ່າ,ຈີນ​ຈະປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ໃຫ້​ຍິງ​ຊາຍ​​ສະ​ເໝີ​ພາບ​​ໃນ​ການ​ສຶກສາ​ຂອງ​ໂຮງຮຽນ​ປະ​ຖົມ​ແລະ​ໂຮງຮຽນ​ມັດທະ​ຍົມ​​ໃນເປົ້າ​ໝາຍ​ພັດ​ທະນາ​ສະຫັດ​ສະ​ວັດ​.

ໃນ​ເວ​ລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານນາງ​ຣີມາ ​ຊາ​ລາຣ໌ ຮອງ​ຫົວໜ້າ​ບໍລິ​ຫານ​ຂອງ​ອົງການ​ຢູນີ​ເຊັຟ​ກ່າວ​ວ່າ,ຈີນ​ພວມ​ກ້າວ​ໄປ​ສູ່​ການບັນລຸເປົ້າ​ໝາຍ​ທີ່​ໃຫ້​ຍິງ​ຊາຍ​ສະ​ເໝີ​ພາບ​ກັນໃນ​ຂົງ​ເຂດ​ການ​ສຶກສາ​ໃນ​ປີ2005​ແລະ​ປີ2015,​ ພວກ​ຂ້າພະ​ເຈົ້າ​ເຫັນ​ໄປ​ໃນ​​ແງ່​ດີ​ຕໍ່​ເລື່ອງ​ນີ້.

ທ່າ​ນນາງຊາ​ລາຣ໌​ໄດ້ຢືນຢັນ​ການ​ຄືບ​ໜ້າ​ທີ່​ຈີນ​ເຜີຍ​ແຜ່​ການ​ສຶກ​ສາ​​ໃຫ້​ທົ່ວ​ເຖິງໃນ​​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,​ໂດຍ​ສະ​ເພາະ​​ແມ່ນ​​ໃນເດັກ​ຍິງ.​ນາງ​ກ່າວ​ວ່າ,​ອົງການ​ຢູນີ​ເຊັຟ​ພວມ​ຫາລື​ກັບລັດ​ຖ​ະບານ​ຈີນ​ກ່ຽວ​ກັບ​ການ​ວາງຍຸດ​ທະສາດ,​​ເຜີຍ​ແຜ່​ການ​ສຶກສາ​ໃຫ້​ທົ່ວ​ເຖິງໃນ​ພາກ​ຕາ​ເວັນ​ຕົກ​ທີ່​ດ້ອຍ​ພັດທະ​ນາ​ຂອງ​ຈີນ,​​ໂດຍ​ສະ​ເພາະ​ແມ່ນ​ໃນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແລະມວນ​ຊົນ​ທ່າ​ອ່ອນ.