ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-30 16:07:18    
ນາ​ຍົກ​ອີ​ຣັກ​ຢ້ຽມ​ຢາມ​ຊາ​ອູ​ດິ ອາ​ຣາ​ເບຍ​ຢ່າງ​ກະ​ທັນ​ຫັນ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ29​ພະຈິກ,ທ່ານ​ ຈາ​ຟາຣີ ນາຍົກ​ລັດຖະ​ມົນຕີ​ອີຣັກ​ໄດ້​ເດີນ​ທາງ​ໄປ​ຮອດ​ຣີຢັດ​ນະຄອນ​ຫຼວງ​ຊາ​ອູ​ດິ ອາຣາ​ເບ​ຍຢ່າງ​ກະທັນ​ຫັນ​ໂດຍ​ບໍ່​ໄດ້​ປະກາດ,​​ຢ້ຽມ​ຢາມ​ຊາ​ອູ​ດິ ອາຣາ​ເບ​ຍ​​ເປັນເວລາ​ສັ້ນ​.

ໃນ​ເວລາ​ຢ້ຽມຢາມ,ສົມ​ເດັດອັບ​ດູນລາ ​ເຈົ້າ​ຊີວິດ​ຊາ​ອູ​ດິ ອາຣາ​ເບຍ​​ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ​ຈາ​ຟາ​ຣີ,ສອງ​ຝ່າຍ​ໄດ້​​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບສະ​ຖານະ​ການ​ອີ​ຣັກ​,​ສະຖານະ​ການ​ພາກ​ພື້ນໃນ​ສະ​ເພາະ​ໜ້າ​ແລະ​ບັນ​ຫາ​ອື່ນໆ.

ຕອນ​ຄ່ຳ​ມື້​ດຽວ​ກັນ,ສົມ​ເດັດ​ຊູນ​ຕັນ ອົງ​ມຸງກຸດ​ລາຊະ​ກຸ​ມານ,ຮອງ​ນາຍົກ​ລັດຖະ​ມົນຕີ​ທັງ​ເປັນ​ລັດຖະ​ມົນ​ຕີ​ກະ​ຊວງ​ບິນ,ຜູ່​ບັນຊາ​​ການໃຫຍ່​ກອງ​ປະກອບ​ອາວຸດ​ຊາ​ອູ​ດິ ອາຣາ​ເບຍ​ຊົງໄດ້​​ເຈ​ລະ​ຈາ​ກັບ​ທ່ານ​ອານ ຈາ​ຟາຣີ.

ທ່ານຈາ​ຟາ​ຣີກ່າວວ່າ,​ໃນ​ໂລກ​ອາ​ລັບ​ແລະ​ໃນສາ​ກົນ,ຊາ​ອູ​ດິ ອາຣາ​ເບຍກໍ່​ແມ່ນ​ປະ​ເທດ​ທີ່​ຊົງ​ອິດ​ທິ​ພົນ,ຊາ​ອູ​ດິ ອາຣາ​ເບ​ຍຢືນ​ຢູ່​ຂ້າງ​ອີຣັກ​ໃນ​ເວລາ​ອີຣັກ​ພົບ​ຄວາມ​ຫຍຸ້ງ​ຍາກ​ນັ້ນ​ມີ​ຄວາມ​ໝາຍ​ສຳ​ຄັນ​​.