ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-05 17:54:49    
ເຈົ້າ​ຫນ້າ​ທີ່ອາ​ເມ​ລິ​ກາຢືນຢັນວ່າ​ເອກ​ອັກ​ຄະລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣັກພວມ​ຕິດ​ຕໍ​ພົວພັນ​ກັບ​ອົງການ​ຈັດ​ຕັ້ງ​ນິກາຍ​ຊຸນ​ນິດ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ4 ທັນ​ວາ,ທ່ານ​ຮາດ​ລີ ຜູ້​ຊ່ອຍ​ວຽກຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້ຢືນຢັນ​ການ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເອກ​ອັກຄະລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣັກພວມຕິດ​ຕໍ​ພົວພັນ​ກັບ​ອົງການ​ຈັດ​ຕັ້ງນິກາຍ​ຊຸນ​ນິດ,​ແລະ​ເຫັນ​ວ່າ​ມຸສລີ​ມນິກາຍ​ຊຸນນິດຄວນ​ເຂົ້າ​ຮ່ວມ​ການ​ເລືອກຕັ້ງ​ທົ່ວ​ໄປ​ສະພາ​ອີຣັກທີ່​ຈະ​ຈັດ​ຂຶ້ນນັ້ນ​ຢ່າງ​ຕັ້ງຫນ້າ.

ທ່ານ​ຮາດ​ລີ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​​CNN​ອາ​ເມ​ລິ​ກາ​,ທ່ານ​ຮາ​ລີ​ຊາດ ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣັກພວມ​ເຈດຕະນາ​ເຮັດ​ໃຫ້​ມຸສລີ​ມນິກາຍ​ຊຸນ​ນິດຮັບ​ຮູ້​ຂະ​ບວນວິວັດ​ປະຊາທິປະ​ໄຕ​ຂອງ​ອີ​ຣັກຄົງ​ຈະ​ສືບ​ຕໍ່ກ້າວ​ໄປ​ຫນ້າ,ພວກ​ເພິ່ນ​ຕ້ອງການ​ໄດ້​ມີ​ຖານະ​ຢູ່​ອີຣັກປະຊາ​ທິປະ​ໄຕ​ໂດຍ​ຜ່ານ​ການເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ.