|
 |
(GMT+08:00)
2005-12-06 16:24:20
|
 |
ອົງການອະນາໄມໂລກແລະອົງການຟາວສະຫະປະຊາຊາດສະເຫນີມາດຕະ ການປ້ອງກັນໄຂ້ຫວັດສັດປີກ
cri
ຕາມຂ່າວສານຊິນຮວາ,ວັນທີ 5 ທັນວາ,ອົງການອະນາໄມໂລກແລະອົງການຟາວສະຫະປະຊາຊາດໄດ້ຮ່ວມກັນສະເຫນີມາດຕະການສາທາລະນະສຸກຕ່າງໆ,ເພື່ອຫຼຸດຄວາມສ່ຽງທີ່ຄົນໃນເຂດເກີດພະຍາດໄຂ້ຫວັດສັດປີກຖືກຕິດແປດ.
ສອງອົງການດັ່ງກ່າວໄດ້ສະເຫນີໃຫ້ຄົນເຂດເກີດພະຍາດໄຂ້ຫວັດສັດປີກດີທີ່ສຸດຢ່າກິນຊີ້ນເປັດໄກ່ດິບ ເລືອດຫຼືໄຂ່ເປັນໄຂ່ດິບຂອງສັດປີກ,ແລະເຕືອນໃຫ້ຄົນທັງຫຼາຍຄວນໃຊ້ສະບູ່ລ້າງມືໃຫ້ສະອາດຫຼັງຈາກຈັບໄກ່ຫຼືໄຂ່ໄກ່ທີ່ແຊ່ແຂງແລ້ວ,ພ້ອມກັນນັ້ນ ໃນເວລາເອົາຊີ້ນເຂົ້າສູ່ເຢັນ,ຊີ້ນສຸກກັບຊີ້ນດັບຕ້ອງແຍກອອກຈາກກັນ.
ສອງອົງການດັ່ງກ່າວຍັງສະເຫນີວ່າ,ໃນເວລາປຸງແຕ່ງຊີ້ນສັດປີກຄືໄກ່ ເປັດ ຫ່ານແລະໄກ່ງວງນັ້ນ,ໄຟຕ້ອງຮ້ອນເຖິງ 70 ອົງສາຂຶ້ນໄປ.
ຕາມມຂໍ້ມູນທີ່ເກັບກຳໄດ້ໃນປະຈຸບັນ,ຄົນຜູ່ທີ່ຕິດເຊື້ອໂຣກໄຂ້ຫວັດສັດປີກສ່ວນຫຼາຍລ້ວນແຕ່ຕິດເຊື້ອໂຣກໃນເວລາຂ້າຫຼືປຸງແຕ່ງສັດທີ່ເປັນໄຂ້ຫວັດສັດປີກຢູ່ບ້ານໂຕເອງ.
|
|
|