ຕາມຂ່າວສານຊິນຮວາ:ຕອນຄ່ຳວັນທີ5 ທັນວາ,ທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍປະກາດປັບປຸງລັດຖະບານສ່ວນຫນຶ່ງ,ສັບຊ້ອນພາກສ່ວນເສດຖະກິດໂດຍຈຸດຫນັກ,ເພື່ອປົວແປງສະພາບເສດຖະກິດແຫ່ງຊາດໃຫ້ດີຂຶ້ນ,ເລັ່ງລັດຟື້ນຟູຂອງເສດຖະກິດ.
ຕາມຊາບວ່າ, ລັດຖະບານອິນໂດເນເຊຍຫລັງຈາກໄດ້ປັບປຸງແລ້ວຍັງປະກອບດ້ວຍລັດຖະມົນຕີແລະລັດຖະມົນຕີລັດຖະກິດ36ຄົນ.ທ່ານໂບດີໂອໂນ ນັກເສດຖະສາດທີ່ມີຊື່ສຽງໄດ້ຮັບຕຳແຫນ່ງເປັນລັດຖະມົນຕີວາງແຜນເສດຖະກິດ,ນຳພາພາກສ່ວນເສດຖະກິດຂອງລັດຖະບານ.
ນອກນີ້,ນອກຈາກລັດຖະມົນຕີວາງແຜນສະຫວັດດີການປະຊາຊົນ,ລັດຖະມົນຕີລັດຖະກິດທັງເປັນປະທານຄະນະກຳມະການແຜນການພັດທະນາແຫ່ງລັດ,ລັດຖະມົນຕີການເງິນ,ລັດຖະມົນຕີແຮງງານແລະຊາວທີ່ຍົກຍ້າຍເປັນຕົ້ນໄດ້ປ່ຽນຄົນໃຫມ່ແລ້ວ,ສະມາຊິກລັດຖະບານອື່ນບໍ່ໄດ້ປ່ຽນແປງ.
|