ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-08 18:46:52    
ອິສຣາ​ແອນ​ຢຸດ​ການ​ເຈລະຈາ​ກັບປາ​ເລັສຕິນຊົ່ວ​ຄາວກ່ຽວ​ກັບ​ກອງລົດ​ລະຫວ່າງ​ແຖບ​ກາຊາ​ກັບ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

cri

ຕາມ​ຂ່າວcri: ຫນັງສືພິມ​ຮາ​ອາ​ເລັສ​ຂອງ​ອິສຣາ​​ແອນ​ລາຍ​ງານ​ວ່າ,ຫວ່າງ​ມໍ່ໆ​ນີ້,ອິສຣາ​ແອນ​ໄດ້ຕົກລົງ​ຢຸດຕິ​ການ​ເຈລະຈາ​ກັບປາ​ເລັສຕິນຊົ່ວຄາວກ່ຽວ​ກັບກອງລົດ​ລະຫວ່າງ​ແຖບ​ກາ​ຊາ​ກັບ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.

ວັນ​ທີ7 ທັນວາ,​ເຈົ້າ​ຫນ້າ​ທີ່​ຄວາມ​ປອດ​ໄພ​ອິສຣາ​ແອນ​ຜູ້​ຫນຶ່ງ​ກ່າວ​ວ່າ,ຝ່າ​ຍອິສຣາ​ແອນ​ຢຸດຕິ​ການ​ເຈ​ລາ​ຈາຊົ່ວຄາວ​ນັ້ນ​ແມ່ນ​ຍ້ອນ​ວ່າອິສຣາ​ແອນກັບປາ​​ເລັສຕິນມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ໃນ​ບັນຫາ​ຕິດຕາມຄຸ້ມ​ຄອງດ່ານ​ຊາຍ​ແດນລາ​ຟາ​ທີ່​ຕິດ​ຕໍ່ລະຫວ່າງ​ແຖບ​ກາ​ລາ​ແລະ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນທີ່​ໄຂ​​ໃຫ້​ເຂົ້າ​ອອກ​ໃນ​ທ້າຍ​ເດືອນ​ແລ້ວ.

ອິສຣາ​ແອນ​ຕິຕຽນ​ປາ​ເລັສຕິນບໍ່​​ໄດ້​ຕິດຕາມ​ແລະ​​ຄຸ້ມຄອງ​ດ່ານຊາຍ​ແດນ​ລາ​ຟາ​ຢ່າງ​ບັງ​ເກີດ​ຜົນ,​ເຮັດ​ໃຫ້​ຄົນ​ປາ​ເລັສຕິນທີ່ອິສຣາ​ແອນ​​ເຫັນ​ວ່າ​ແມ່ນ"ຄົນ​ອັນຕະລາຍ"​ເຂົ້າ​ແຖບ​ກາຊາ,​ສ່ວນປາ​ເລັສຕິນຍຶດຫມັ້ນ​ວ່າຜູ້​ທີ່​ມີ​ບັດ​ປະຈຳ​ຕົວ​ປາ​ເລັສຕິນລ້ວນ​ແຕ່​ມີ​ສິດ​ເຂົ້າ​ແຖບ​ກາ​ຊາ.